ອັງກິດ ທົດລອງລາງລົດໄຟດ້ວຍພະລັງງານແສງຕາເວັນ ທຳອິດຂອງໂລກ

ຮຽບຮຽງໂດຍ: ລູກເມືອງພວນ

(ສະຖານີພະລັງງານແສງຕາເວັນຢູ່ເມືອງ  Aldershot. ພາບຈາກ: Guardian )

ສະຖານີພະລັງງານແສງຕາເວັນ 30 ກິໂລວັດ, ຕັ້ງຢູ່ເມືອງ Hampshire ຖືກນຳໃຊ້ເຂົ້າໃນການຊ່ວຍຫຼຸດຜ່ອນ     ການເດີນເຄື່ອງຂອງລົດໄຟ ແລະ ການຈຳກັດການຖ່າຍເທ ອາຍກາກບອນນິກ ຂອງລົດໄຟ Wessex.

ບໍລິສັດທາງລົດໄຟ Network Rail ຂອງອັງກິດ, ໃນວັນທີ 23 ສິງຫານີ້, ໄດ້ຕິດຕັ້ງໝໍ້ໄຟແສງຕາເວັນປະມານ 100 ໜ່ວຍໃນເມືອງ Aldershot, ຢູ່ທາງທິດໃຕ້ຂອງອັງກິດ. ໂຄງການທົດລອງນີ້ ມີພະລັງງານ 30 ກິໂລວັດ, ຊຶ່ງຈະເປັນຕົວກະຈ່າຍໄຟໂດຍກົງໃຫ້ລາງລົດໄຟ, ເຊິ່ງລວມມີທັງໄຟສັນຍານ ແລະ ຕາໄຟເຍືອງທາງຂອງຕົວລົດອີກດ້ວຍ.

ນີ້, ແມ່ນໂຄງການຊຶ່ງໄດ້ຮັບພະລັງງານໂດຍກົງຈາກໝໍ້ໄຟແສງຕາເວັນ(ໂດຍບໍ່ຜ່ານຕາໜ່າງແມ່ເຫຼັກ)ເປັນຄັ້ງທຳອິດຂອງໂລກ, ຖ້າຫາກມີຜົນສຳເລັດ, ຈະກາຍເປັນພື້ນຖານໃຫ້ແກ່ໂຄງການອື່ນໆ ແລະ ໃນອະນາຄົດຍັງຈະຂະຫຍາຍໄປໃສ່ລົດລາງຊະນິດຕ່າງໆເພີ່ມຂຶ້ນ ຫຼື  ລົດໄຟຟ້າທີ່ຈະໃຊ້ພະລັງງານແສງຕາເວັນໂດຍກົງທັງໝົດ.

ຫົວໜ້າໂຄງການດັ່ງກ່າວ Leo Murray ເວົ້າວ່າ: “ ການຫຼຸດຜ່ອນເຊື້ອໄຟຈາກວັດຖຸດິບທຳມະຊາດແບບນີ້ ຈະຊ່ວຍໃຫ້ການໃຊ້ຈ່າຍ ການປະຕິບັດງານຂອງເຄື່ອງຈັກ ແລະ ຈະນຳເອົາຜົນປະໂຫຍດມາໃຫ້ແກ່ຊຸມຊົນໃນທ້ອງຖິ່ນຫຼາຍຂຶ້ນ, ພ້ອມກັນນັ້ນກໍຈະຊ່ວຍໃຫ້ພວກເຮົາສາມາດຮັບມືກັບການວິກິດການທາງອາກາດອີກດ້ວຍ ”.

ໂຄງການ Aldershot ນີ້, ໄດ້ຮັບການຮ່ວມມືລະຫ່ວາງບໍລິສັດທາງລົດໄຟແຫ່ງຊາດ Network Rail ແລະ ອົງການຈັດຕັ້ງສິ່ງແວດລ້ອມ 10:10 ຂອງ Climate Action ແລະ ບໍລິສັດ Community Energy South ຂອງອັງກິດ. ບັນດານັກພັດທະນາໄດ້ມີແຜນການຈະເປີດກ້ວາງໃຫ້ກາຍເປັນໂຄງການລະດັບ megawatt, ໂດຍມີສະຖານີພະລັງງານແສງຕາເວັນປະມານ 5-6 ແຫ່ງ ໃນປີ 2020.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ