ລາວ-ຕີມໍແລັດສະເຕ ຍົກເວັ້ນວີຊ່າ ສຳລັບຜູ້ຖືໜັງສືຜ່ານແດນທົ່ວໄປ ມີຜົນບັງຄັບໃຊ້
ຂ່າວສານປະເທດລາວ ລາຍງານວັນທີ 19 ກັນຍາ 2025 ວ່າ: ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສປ ຕີມໍແລັດສະເຕ (ສປ ຕີມໍແລັດສະເຕ) ໄດ້ຮ່ວມກັນລົງນານ ສັນຍາວ່າດ້ວຍການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນທົ່ວໄປ ໃນວັນທີ 8 ຕຸລາ 2024 ຜ່ານມາ ທີ່ນະຄອນຫລວງວຽງຈັນ, ເພື່ອເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນລາວ ແລະ ຕີມໍແລັດສະເຕ, ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຕີມໍແລັດສະເຕ ແລະ ມີຜົນບັງຄັບໃຊ້ ແຕ່ວັນທີ 15 ສິງຫາ 2025.
ເນື້ອໃນສຳຄັນຂອງສັນຍາສະບັບນີ້: ຈະຍົກເວັ້ນວີຊາການເດີນທາງ ສຳລັບຜູ້ຖືໜັງສືຜ່ານແດນທົ່ວໄປ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຜູ້ຖືໜັງສືຜ່ານແດນທົ່ວໄປ ຂອງ ສາທາ ລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ເມື່ອເດີນທາງເຂົ້າໃນດິນແດນຂອງປະເທດຄູ່ພາຄີ ເພື່ອມີຈຸດປະສົງໄປທ່ອງທ່ຽວ ໃນໄລຍະເວລາບໍ່ເກີນ 30 ວັນ.
ໃນກໍລະນີພົນລະເມືອງຂອງຄູ່ພາຄີ ມີຈຸດປະສົງທ່ອງທ່ຽວເກີນ 30 ວັນ, ຜູ້ທີ່ຖືໜັງສືຜ່ານແດນທົ່ວໄປຂອງຄູ່ພາຄີ ຕ້ອງໄດ້ຂໍວີຊາທ່ອງທ່ຽວ ແລະ ສາມາດຕໍ່ເວລາພັກເຊົາໄດ້ ຕາມກົດໝາຍ ແລະ ລະບຽບການພາຍໃນຂອງຄູ່ພາຄີ.
ທີ່ມາ: ປະເທດລາວ Pathedlao

