ເມືອງທ່າແຂກ ກຳນົດລາຄາຂາຍສິນຄ້າບັນຊີ ກໍ ຢູ່ຕະຫລາດ ຖ້າກວດພົບຜູ້ລະເມີດຂາຍເກີນລາຄາ ຈະນຳໃຊ້ມາດຕະການທີ່ກ່ຽວຂ້ອງຢ່າງເຂັ້ມງວດ

ວັນທີ 15 ສິງຫາ 2025 ເຈົ້າໜ້າທີ່ກວດກາການຄ້າເມືອງທ່າແຂກ ພ້ອມທັງຄະນະທີມງານ ວິຊາການຈາກຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ອ້ອມຂ້າງເມືອງທ່າແຂກ ເຄື່ອນໄຫວຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ໂຄງປະກອບລາຄາສິນຄ້າຄວບຄຸມລາຄາບັນຊີ “ກໍ” (ປະເພດເຂົ້າກິນ ແລະ ປານິນກະຊັງ) ສົກປີ 2025 ຢູ່ທີ່ຕະຫລາດນາໂບ ແລະ ຕະຫລາດ ຄໍາສະເວີຍ (ຫຼັກ 2) ເມືອງທ່າແຂກ.

ທ່ານ ເພັດສະໝອນ ສັງສິນໄຊ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງທ່າແຂກ ລາຍງານວ່າ: ຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນເມືອງ ເປັນເຈົ້າການນຳພາ-ຊີ້ນຳ ແລະ ຊຸກຍູ້ບັນດາບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ຫ້າງຮ້ານຕ່າງໆ ຢູ່ພາຍໃນ ແລະ ນອກຕະຫຼາດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕິດຕາມ ກວດກາ ລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມໂຄງປະກອບລາຄາສິນຄ້າຄວບຄຸມບັນຊີ “ກໍ” ເຊັ່ນ: ປະເພດເຂົ້າກິນ ແລະ ປານິນກະຊັງ ໃນຊ່ວງລະດູຝົນໄລຍະທີ່ໄດ້ຮັບຜົນກະທົບໄພພິບັດທາງທຳມະຊາດຄື:
- ປະເພດ ເຂົ້າກິນເຂົ້າສານໜຽວ(ລະດູນາແຊງ)
ລາຄາຂາຍຍົກ:
- ເຂົ້າສານໜຽວ ປະເພດ 1 ສູງສຸດບໍ່ໃຫ້ເກີນ15,000 ກີບ/ກິໂລ
- ເຂົ້າສານໜຽວ ປະເພດ 2 ສູງສຸດບໍ່ໃຫ້ເກີນ 12,000 ກີບ/ກິໂລ
- ເຂົ້າສານຈ້າວ ປະເພດ 1 ສູງສຸດບໍ່ໃຫ້ເກີນ 22,000 ກີບ/ກິໂລ
- ເຂົ້າສານຈ້າວ ປະເພດ 2 ສູງສຸດບໍ່ໃຫ້ເກີນ 19,000 ກີບ/ກິໂລ,
ລາຄາຂາຍຍ່ອຍ: - ເຂົ້າສານໜຽວ ປະເພດ 1 ສູງສຸດບໍ່ໃຫ້ເກີນ 18,138 ກີບ/ກິໂລ
- ເຂົ້າສານໜຽວ ປະເພດ 2 ສູງສຸດບໍ່ໃຫ້ເກີນ 14,533 ກີບ/ກິໂລ
- ເຂົ້າສານຈ້າວ ປະເພດ1ສູງສຸດບໍ່ໃຫ້ເກີນ 24,318 ກີບ/ກິໂລ
- ເຂົ້າສານຈ້າວ ປະເພດ 2 ສູງສຸດບໍ່ໃຫ້ເກີນ 22,258 ກີບ/ກິໂລ.
- ປະເພດ ປານິນກະຊັງ ລາຄາຂາຍຍົກ ປານິນ ສູງສຸດບໍ່ໃຫ້ເກີນ 47,146 ກີບ/ກິໂລ ແລະ ລາຄາຂາຍຍ່ອຍ ປານິນ ສູງສຸດບໍ່ໃຫ້ເກີນ 55,020 ກີບ/ກິໂລ.

ການກຳນົດໂຄງປະກອບລາຄາສິນຄ້າບັນຊີ “ກໍ” ປະເພດເຂົ້າກິນ, ປານິນກະຊັງ (ການແຈ້ງຕົ້ນທຶນ ການຜະລິດ ຕົ້ນທຶນການນຳເຂົ້າ ແລະ ລາຄາຂາຍຍົກ-ຂາຍຍ່ອຍ), ການຕິດປ້າຍລາຄາ, ປະກາດ ຫຼື ໂຄສະນາ ລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນກີບ, ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການ ໃນການສະໜອງສິນຄ້າ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ, ມອບໃຫ້ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນເມືອງ ແຕ່ງຕັ້ງເຈົ້າໜ້າທີ່ ລົງຕິດຕາມ ກວດກາ ລາຄາສິນຄ້າ ແລະ ຄ່າບໍລິການ, ຫາກພົບເຫັນ ການລະເມີດ ເຊັ່ນ: ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ ໂດຍບໍ່ມີເຫດຜົນ, ບໍ່ຕິດປ້າຍລາຄາສິນຄ້າຕາມທີ່ລັດກຳນົດ, ການຕິດປະກາດ ຫຼື ໂຄສະນາ ລາຄາສິນຄ້າ ແລະ ຄ່າບໍລິການເປັນເງິນຕາຕ່າງປະເທດ, ການວັດແທກການຊັ່ງຜ່ອງ(ຕາຊິ່ງ-ຕາຊັ່ງ) ບໍ່ໄດ້ມາດຕະຖານ, ການຈຳໜ່າຍສິນຄ້າໝົດອາຍຸ, ການຈຳໜ່າຍສິນຄ້າ ນອກລະບົບ(ສິນຄ້າເຖື່ອນ), ການຈຳໜ່າຍສິນຄ້າ ປອມແປງ-ລອກຮຽນແບບ ແລະ ອື່ນໆ.

ຫາກກວດພົບແມ່ນໃຫ້ນໍາໃຊ້ມາດ, ຕະການກ່າວເຕືອນດ້ວຍການເຮັດບົດບັນທຶກ, ພ້ອມນຳໃຊ້ມາດຕະການທາງກົດໝາຍ ແລະ ລະບຽບການອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ຖ້າຫາກຜູ້ຊົມໃຊ້ໄດ້ຮັບຜົນກະທົບທາງລົບ, ພົບເຫັນ ຫຼື ຮູ້ຂໍ້ມູນ ສາມາດຕິດຕໍ່ເບີໂທລະສັບສາຍດ່ວນ 1510 ໃນໂມງລັດຖະການ ເພື່ອຮ້ອງທຸກ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ລາຄາຂາຍຍົກ-ຂາຍຍ່ອຍສິນຄ້າໃນປະເພດນີ້ ສູງສຸດແມ່ນບໍ່ໃຫ້ເກີນຂອບເຂດລາຄາທີ່ໄດ້ກໍານົດ, ຖ້າຫາກຈະມີການປ່ຽນແປງຂຶ້ນ ຫຼື ລົງລາຄາ ແຕ່ລະຄັ້ງ ຜູ້ປະກອບການຕ້ອງສະເໜີຫາຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ເພື່ອຄົ້ນຄວ້າຄິດໄລ່ໂຄງປະກອບລາຄາ ໃນແຕ່ລະຂອດຄືນໃໝ່ຕາມຄວາມເໝາະສົມ ໃນແຕ່ລະໄລຍະ.

