ເມືອງສິງ ຫາລືແກ້ໄຂບັນຫາ ຮ້ານບໍລິການກິນດື່ມ ແລະ ຮ້ານສາວບໍລິການ

ຂ່າວແຂວງຫລວງນ້ຳທາ ລາຍງານວ່າ:  ວັນທີ 15 ກັນຍາ 2024 ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ເມືອງສິງ ປຶກສາຫາລືກ່ຽວກັບ ຮ້ານບໍລິການກິນດື່ມ ທີ່ບໍ່ຖືກຕ້ອງຕາມລະບຽບການ (ຮ້ານສາວບໍລິການ) ຢູ່ເມືອງສິງ ໂດຍມີທ່ານ ກອນແກ້ວ ບັນນາວົງ ຮັກສາການຮອງຄະນະອົງການປົກຄອງເມືອງ, ທ່ານ ທອງວັນ ເລືອງຄໍາພະຫານ ຫົວໜ້າຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວ ເມືອງ ພ້ອມດ້ວຍພະນັກງານຫ້ອງການ, ສອງກອງບັນຊາການ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມສະເໜີໃຫ້ຄະນະປະຈຳ ຄົ້ນຄວ້າ 7 ບ້ານ ໃນເທສະບານເມືອງ ບໍ່ໃຫ້ມີຮ້ານສາວບໍລິການ, ຮ້ານກິນດື່ມບໍ່ໃຫ້ໃສ່ໄຟແສງສີຫລາຍເກີນໄປ ແລະ ການນຸ່ງຖືຂອງແມ່ຍິງ ທີ່ຢູ່ໃນຮ້ານ ຕ້ອງໃຫ້ເໜາະສົມກັບຮີດຄອງປະເພນີລາວ ພ້ອມທັງໃຫ້ມີສະຖານທີ່ຈອດລົດ ແລະ ສາມາດລະບາຍນໍ້າເສຍໄດ້ດີ, ຮັບປະກັນລະບົບເຄື່ອງສຽງ ບໍ່ໃຫ້ດັງເກີນໄປ, ຜູ້ທີ່ມາອອກແຮງງານຕ້ອງແມ່ນອາຍຸ 18 ປີຂຶ້ນໄປ, ກໍລະນີຄົນຕ່າງເມືອງຕ່າງແຂວງ ຕ້ອງມີເອກະສານ ບັດປະຈຳຕົວ ແລະ ປຶ້ມສຳມາໂນຄົວ, ກໍານົດການເປີດ-ປິດຮ້ານ ແມ່ນໃຫ້ປະຕິບັດຕາມເຈົ້າໜ້າທີ່ກໍານົດໄວ້.

ນອກຈາກນີ້, ການອະນຸມັດບັນດາຮ້າງຮ້ານທີ່ຈະສ້າງຕັ້ງໃໝ່ ແມ່ນມອບໃຫ້ຫ້ອງການ ວທ ເປັນຈຸດໃຈກາງໃນການປະກອບເອກະສານຕ່າງໆ, ເຊິ່ງການລົງຈັດຕັ້ງປະຕິບັດລົງວຽກຕົວຈິງ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງ ເລກທີ 239/ຈມ.

ໃນໂອກາດນີ້, ທ່ານ ກອນແກ້ວ ບັນນາວົງ ໄດ້ເນັ້ນໃຫ້ຄະນະຮັບບຜິດຊອບ ຈົ່ງເອົາໃຈໃສ່ລົງຕິດຕາມກວກກາ ເປັນປະຈຳ ເພື່ອໃຫ້ເມືອງສິງ ມີຄວາມສະຫງົບ ແລະ ປອດໄພ 100%.