ປະທານ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ພ້ອມດ້ວຍຄະນະ ວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີນັກຮົບນິລະນາມ

ໃນວັນທີ 8 ກັນຍານີ້ ທີ່ອະນຸສາວະລີນັກຮົບນິລະນາມ ຕໍ່ໜ້າຫໍສະພາແຫ່ງຊາດ ແລະ ຫໍພິພິທະພັນປະທານ ໄກສອນ ພົມວິຫານ (ຫຼັກ 6) ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ພ້ອມດ້ວຍຄະນະ ວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີນັກຮົບນິລະນາມ ແລະ ຮູບປັ້ນ ປະທານ ໄກສອນ ພົມວິຫານ.
อาจเป็นรูปภาพของ กลางแจ้ง และ วัด
ພິທີວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້: ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9/9/2002-9/9/2022) ແລະ ເພື່ອເປັນການສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ນັກຮົບນິລະນາມ ແລະ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ, ຮູ້ບຸນຄຸນ ແລະ ຈົດຈໍາຈາລຶກຄຸນງາມຄວາມດີ, ຊື້ສຽງຮຽງນາມ, ຜົນງານອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ຈັດຕັ້ງນຳພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດເຮົາຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ສ້າງປັດຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.
อาจเป็นรูปภาพของ 4 คน, ผู้คนกำลังยืน และ กลางแจ้ง
ຂ່າວ: ປະຊາຊົນ