ຫຼວງພະບາງ ເລັ່ງຈັດສັນ ພ້ອມຢຶດປ້າຍຜິດລະບຽບ ແລະ ເຮັດບົດບັນທຶກກັບເຈົ້າຂອງຮ້ານທີ່ລະເມີດ
ຂ່າວແຂວງຫຼວງພະບາງ ລາຍງານວ່າ: ວັນທີ 16 ກັນຍາ 2025 ເຈົ້າໜ້າທີ່ ຈັດສັນຄວາມເປັນລະບຽບ ພາຍໃນເທສະບານນະຄອນ ຫຼວງພະບາງ ເພື່ອໃຫ້ເທສະບານນະຄອນ ຫຼວງພະບາງ ເປັນເມືອງທີ່ໜ້າຢູ່ໜ້າທ່ຽວຊົມ ເພື່ອດຶງດູດເອົາບັນດາແຂກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໂດຍສະເພາະ ຂາຍເຄື່ອງຕາມທາງຍ່າງ, ຕໍ່ເຕີມຮ້ານ, ເຕີມແງັບກວມເອົາບ່າທາງເປັນຈຳນວນຫຼວງຫຼາຍ, ປ້າຍໂຄສະນາບໍ່ມີພາສາລາວ, ຊື່ຂອງຮ້ານອາຫານ-ຮ້ານກິນດື່ມ ບໍ່ເໝາະສົມ, ການຈອດລົດ ບໍ່ຖືກລະບຽບຂອງການສັນຈອນ, ການຈັດວາງກະຕ່າຂີ້ເຫຍື້ອບໍ່ຖືກຈຸດ ແລະບໍ່ຖືກຕາມກຳນົດວັນ-ເວລາ, ການກໍ່ສ້າງເຄຫາສະຖານ ເຮັດໃຫ້ພົບຄວາມຫຍຸ້ງຍາກ ໃນການສັນຈອນຂອງຜູ້ໃຊ້ລົດໃຊ້ຖະໜົນ ແລະອື່ນໆ.
ຄະນະຮັບຜິດຊອບໄດ້ກ່າວເຕືອນ, ສຶກສາອົບຮົມ ບັນດາເຈົ້າຂອງກິດຈະການ ທີ່ລະເມີດລະບຽບ, ພ້ອມທັງມອບໃຫ້ອົງການຈັດຕັ້ງບ້ານ ເປັນຜູ້ຕິດຕາມກວດກາຊ່ວຍ, ສ່ວນປ້າຍໂຄສະນາທີ່ບໍ່ຖືກລະບຽບຫຼັກການ ໄດ້ຢຶດ ແລະມ້າງອອກ ພ້ອມທັງບັນທຶກເປັນລາຍລັກອັກສອນກ່າວເຕືອນ, ທັງມອບຄວາມຮັບຜິດຊອບ ໃຫ້ເຈົ້າຂອງກິດຈະການ ໝັ່ນທຳຄວາມສະອາດ ຂອບເຂດຄວາມຮັບຜິດຊອບຂອງຕົນເອງ ແລະປະດັບປະດາທຸງທິວ, ທຸງຊາດ, ທຸງພັກ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ທີ່ຈະໄຂຂຶ້ນໃນໄລຍະໃກ້ໆນີ້.

