ເຕືອນ! ປະຊາຊົນຢ່າຖືເບົາ ເພາະຄາດວ່າຕົວເລກຜູ້ຕິດເຊື້ອຍັງຈະສືບຕໍ່ເພີ່ມຂຶ້ນ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃນວັນທີ 18 ສິງຫາ 2021 ນີ້ວ່າ: ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າການຕິດເຊື້ອໃນບ້ານເຮົາ ສ່ວນໃຫຍ່ແມ່ນມາຈາກກໍລະນີນຳເຂົ້າ, ເຊິ່ງຄາດຄະເນວ່າຕົວເລກຈະຍັງສືບຕໍ່ເພີ່ມຂຶ້ນ ແລະ ບໍ່ທັນມີທ່າອ່ຽງທີ່ຈະຫລຸດລົງເທື່ອ. ເນື່ອງຈາກປັດຈຸບັນຍັງມີແຮງງານລາວຈຳນວນຫລວງຫລາຍ ເດີນທາງກັບຈາກປະເທດເພື່ອນບ້ານທີ່ກຳລັງມີການລະບາດ ແລະ ນຳເອົາສາຍພັນເດລຕາເຂົ້າມາ ໃນ ສປປ ລາວ.
ນອກນັ້ນ, ການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຄັ່ງຄັດ ຢູ່ພາຍໃນສູນຈຳກັດບໍລິເວນ ກໍເປັນສິ່ງທີ່ສຳຄັນຫລາຍ ເພາະ ສ່ວນໃຫຍ່ແຮງງານລາວທີ່ເດີນທາງເຂົ້າມາບາງຄົນກວດພົບເຫັນເຊື້ອໃນມື້ທຳອິດ, ບາງຄົນ ກວດພົບເຊື້ອ ໃນວັນທີ 12-13 ກ່ອນອອກຈາກສູນຈຳກັດບໍລິເວນ ແລະ ບາງຄົນ ແມ່ນພົບເຊື້ອ ພາຍຫລັງຈາກອອກຈາກສູນເຊິ່ງທັງໝົດນີ້ ແມ່ນມີສາເຫດຈາກຈຳນວນສູນຈຳກັດບໍລິເວນທີ່ມີຈຳນວນຈຳກັດ, ບໍ່ສາມາດຮອງຮັບແຮງງານທີ່ເຂົ້າມາເປັນຈຳນວນຫລວງຫລາຍໃນແຕ່ລະວັນ, ດ້ວຍເຫດນີ້ ຈຶ່ງເກີດສະພາບການມີຄວາມແອອັດພາຍໃນສູນ, ບໍ່ສາມາດຮັກສາໄລຍະຫ່າງໄດ້ ແລະ ຄວາມເຂົ້າໃຈໃນການປ້ອງກັນຕົວເອງ ຂອງຜູ້ຈຳກັດບໍລິເວນຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ.
ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ ອົງການປົກຄອງທ້ອງຖິ່ນ ກໍຄື ພາກສ່ວນທີ່ຮັບທີ່ຄຸ້ມຄອງສູນຈຳກັດບໍລິເວນ ຕ້ອງໄດ້ຂຶ້ນແຜນໃນການສະໜອງຜ້າປິດປາກ-ດັງໃຫ້ແກ່ເຈົ້າໜ້າທີ່, ລວມທັງທຸກຄົນທີ່ເຂົ້າຈຳກັດບໍລິເວນໃຫ້ພຽງພໍຢ່າງໜ້ອຍ 2-3 ຜ້າປິດປາກ-ດັງ ຕໍ່ຄົນ/ຕໍ່ວັນ ແລະ ໃຫ້ມີສະຖານທີ່ລ້າງມືດ້ວຍສະບູ ຫລື ຈຸດຕັ້ງເຈວລ້າງມືຂ້າເຊື້ອ ເປັນແຕ່ລະຈຸດ ເພື່ອສະກັດກັ້ນການລະບາດຂອງພະຍາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ ແລະ ແພ່ລາມໃນຊຸມຊົນ.

