ປະເທດລາວ ເປັນດິນແດນສວຍງາມ ອຸດົມດ້ວຍຊັບພະຍາກອນທຳມະຊາດ ແຕ່ຍັງຂາດຄວາມຮັ່ງມີ
ໂດຍ: ທິດກໍ່າ
ເມື່ອເອີ່ຍເຖິງຄວາມອຸດົມສົມບູນຮັ່ງມີຂອງປະເທດລາວເຮົາແລ້ວ, ທິດກໍ່າຍັງຄິດເຫັນ ແລະ ຈື່ຄໍາເວົ້າຂອງລຸງ ພູມີ ວົງວິຈິດ ມາຕະຫລອດ ເຊິ່ງໃນເວລານັ້ນປະເທດຊາດຂອງພວກເຮົາຫາກໍໄດ້ຮັບການປົດປ່ອຍໃໝ່ໆຊ່ວງປີ 1975-76 ເພິ່ນໄປໂອ້ລົມນັກຮຽນ-ນັກສຶກສາ ຫລື ໄປໂອ້ລົມເຜີຍແຜ່ເອກະສານຮໍ່າຮຽນການເມືອງໃຫ້ພະນັກງານທະຫານ-ຕໍາຫລວດຢູ່ບ່ອນໃດ ເພິ່ນກໍເນັ້ນໜັກເວົ້າວ່າ: ປະເທດລາວເຮົາສວຍງາມອຸດົມສົມບູນ ແລະ ຮັ່ງມີ, ປະຊາຊົນລາວນັ່ງຢູ່ເທິງກອງເງິນກອງຄໍາ ແຕ່ຊໍ້າພັດທຸກຍາກປາກໝອງ ເສື້ອຂາດໜ້າຜ້າຂາດຫລັງ ແລະ ໃນຊ່ວງເວລານັ້ນ ຕໍາແໜ່ງ ລຸງພູມີ ວົງວິຈິດ ເພິ່ນເປັນຄະນະກໍາມະການກົມການເມືອງສູນກາງພັກ ຮຸ້ນທໍາອິດຂອງ ສປປ ລາວ ທັງເປັນລັດຖະມົນຕີກະຊວງສຶກສາ, ກິລາ ແລະ ທໍາມະການ.
ພໍຕົກມາເຖິງຍຸກນີ້, ສິ່ງທີ່ຜູ້ນໍາເພິ່ນເວົ້ານັ້ນມັນເປັນຄວາມຈິງ ແລະ ກອງເງິນກອງຄໍາທີ່ວ່ານີ້ ມີຫລາຍບ່ອນຫລາຍທີ່ກໍໄດ້ຂຸດຄົ້ນມາຫລາຍປີແລ້ວ. ຕົວຢ່າງ: ບໍ່ຄໍາຢູ່ເຊໂປນ ແຂວງສະຫວັນນະເຂດ, ບໍ່ຄໍາຢູ່ພູເບ້ຍ ແຂວງໄຊສົມບູນ ແລະ ບໍ່ອື່ນໆກໍເລີ່ມຂຸດຄົ້ນຢ່າງເປັນຂະບວນກວ້າງຂວາງເຊັ່ນ: ບໍ່ເກືອກາລີຢູ່ແຂວງວຽງຈັນ ແລະ ຢູ່ຄໍາມ່ວນ.
ສ່ວນປະເພດແຮ່ອື່ນໆນັ້ນກໍໄດ້ລົງມືຂຸດຄົ້ນ ແລະ ມີແຜນຂຸດຄົ້ນໃນຂັ້ນຕໍ່ໄປໃນບັນດາໂຄງການ, ກິດຈະການຂຸດຄົ້ນແຮ່ສ່ວນຫລາຍກໍແມ່ນການລົງທຶນຂອງຕ່າງປະເທດ ເຊິ່ງບາງໂຄງການກໍມີອາຍຸຂຸດຄົ້ນໄປແລ້ວ 10 ປີ ຫາ 20 ປີ ຜ່ານພົ້ນໄປແລ້ວ. ຕົວຢ່າງຄືບໍ່ຄໍາ-ບໍ່ທອງແດງຢູ່ເຊໂປນ ແຂວງສະຫວັນນະເຂດ ແລະ ບໍ່ຄໍາຢູ່ພູເບ້ຍ ແຂວງໄຊສົມບູນ ເຫລົ່ານີ້ເປັນຕົ້ນ.
ຢ່າງໃດກໍດີ, ເຖິງວ່າໄດ້ຂຸດບໍ່ຄໍາໄປຫລາຍບ່ອນຫລາຍທີ່ ແຕ່ກໍເຫັນວ່າການສະສົມຄໍາໃຫ້ກາຍເປັນທຶນສໍາຮອງຂອງປະເທດເຮົາຖືວ່າຍັງອ່ອນນ້ອຍ ຖ້າທຽບໃສ່ບັນດາປະເທດອາຊຽນ. ຕົວຢ່າງ ຄໍາສໍາຮອງທີ່ມີຢູ່ທະນາຄານໂລກມີບໍ່ເຖິງໂຕນ, ແຕ່ໃນບັນດາປະເທດອາຊຽນເຂົາມີຜູ້ລະຫລາຍໆສິບໂຕນ. ນີ້ກໍເປັນສາເຫດໜຶ່ງທີ່ເຮັດໃຫ້ເງິນກີບລາວອ່ອນຄ່າໃນໄລຍະຜ່ານມາ ກໍຄືໃນສະພາບປັດຈຸບັນ. ຈາກສະຖິຕິຕົວເລກໃນອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນບາດກໍຍັງຢູ່ໃນລະດັບຫົກສິບກວ່າກີບຕໍ່ໜຶ່ງບາດ. ສ່ວນອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນໂດລາກໍເຫັນວ່າຍັງຢູ່ໃນລະດັບສູງຢູ່.
ແຕ່ແນວໃດກໍຕາມ, ມາຮອດປັດຈຸບັນເມື່ອເບິ່ງພາບລວມ ທາງດ້ານເສດຖະກິດແລ້ວເຫັນວ່າມີຫລາຍຢ່າງມີທ່າອ່ຽງດີຂຶ້ນ ຖ້າທຽບໃສ່ປີ 2021-2023 ຜ່ານມາ. ສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງກໍຄືພາກການທ່ອງທ່ຽວໄດ້ຂະຫຍາຍຕົວ, ລາຍຮັບຈາກການສົ່ງອອກເພີ່ມຂຶ້ນ, ສິນຄ້າສົ່ງອອກກໍເພີ່ມຂຶ້ນ ອັນເນື່ອງມາຈາກການຜະລິດຂະຫຍາຍຕົວ. ອັນທີ່ໂດດເດັ່ນທີ່ສຸດກໍຄືທະນາຄານຄໍາໄດ້ຮັບການສ້າງຕັ້ງຂຶ້ນອັນຈະເປັນຫົນທາງສະສົມຄໍາ, ທຸລະກິດຄໍາມີການຂະຫຍາຍຕົວ ແລະ ໃນອະນາຄົດ ລາວເຮົາກໍຈະມີຄໍາສໍາຮອງເພີ່ມຂຶ້ນໃນທະນາຄານແຫ່ງຊາດລາວ ກໍຄືທະນາຄານໂລກ. ປະຊາຊົນລາວນັ່ງຢູ່ເທິງກອງເງິນກອງຄໍາ ຂໍຢ່າໃຫ້ເງິນກີບລາວອ່ອນຄ່າຢ່າງເດັດຂາດ.
