ພິທີເຊັນບົດບັນທຶກ ການຮ່ວມມືການສະໜອງທຶນຜະລິດກະສິກຳ ເປັນສິນຄ້າ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ
ວັນທີ 9 ກັນຍາ 2025 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ), ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີເຊັນບົດບັນທຶກ ການຮ່ວມມືການສະໜອງທຶນຜະລິດກະສິກຳ ເປັນສິນຄ້າ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ.
ຕາງໜ້າກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍ ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ແລະ ທ່ານ ວ່າງໃຈ ວ່າງ ຮອງຜູ້ອໍານວຍການກອງທຶນສົ່ງເສີມການຜະລິດເປັນສິນຄ້າລາວ. ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ.
ການເຊັນບົດບັນທຶກຮ່ວມມືໃນຄັ້ງນີ້ ແມ່ນເພື່ອເປັນບ່ອນອີງຮ່ວມກັນໃນການຜັນຂະຫຍາຍ ມະຕິ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເປົ້າໝາຍແມ່ນເນັ້ນໃສ່ວຽກສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໂດຍສອດຄ່ອງກັບທິດ ສີຂຽວ, ຍືນຍົງ, ແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນໃຫ້ແກ່ ກຸ່ມການຜະລິດກະສິກຳ ໂດຍຜ່ານ ກອງທຶນສົ່ງເສີມການຜະລິດເປັນສິນຄ້າລາວ (ກສລ) ທີ່ ລັດຖະບານ ໄດ້ສ້າງຕັ້ງຂື້ນຕາມດຳລັດ 483/ນຍ.
ບົດບັນທຶກຄວາມເຂົ້າໃຈ ດັ່ງກ່າວ ກຳນົດ ຂອບເຂດການຮ່ວມມື ແລະ ພາລະບົດບາດທັງສາມຝ່າຍ (ກົມການສົ່ງເສີມ ຈນກ, ກົມການຄ້າພາຍໃນ ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ) ຕ້ອງປະຕິບັດຮ່ວມກັນ ເພື່ອແນໃສ່ສະໜັບສະໜູນດ້ານເຕັກນິກ, ວິຊາການ, ຊອກຫາການເຂົ້າເຖິງຕະຫຼາດ, ຮັບປະກັນລາຄາສິນຄ້າ ແລະ ອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນເງິນກູ້ດອກເບ້ຍຕ່ຳໃນອັດຕາ 3-5% ໂດຍຜ່ານ ທະນາຄານທຸລະກິດທີ່ເປັນຄູ່ຮ່ວມຈັດຕັ້ງປະຕິບັດຂອງ ກອງທຶນສົ່ງເສີມການຜະລິດສິນຄ້າລາວ ຊຶ່ງຈະສະໜອງທຶນໂດຍກົງ ໃຫ້ແກ່ ກຸ່ມ, ສະຫະກອນ, ຫົວໜ່ວຍທຸລະກິດກະສິກຳ ເປົ້າໝາຍສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ທີ່ພົບຄວາມຫຍຸ້ງຍາກໃນການກູ້ຢືມ ແລະ ເຂົ້າເຖິງແຫຼ່ງທຶນ, ໃຫ້ສາມາດມີເງິນທຶນນຳໃຊ້ເຂົ້າສູ່ການຜະລິດເປັນສິນຄ້າຕອບສະໜອງໄດ້ ການຈຳໜ່າຍພາຍໃນ ກ້າວໄປສູ່ການທົດແທນການນຳເຂົ້າ ແລະ ສົ່ງອອກໄປຈຳໜ່າຍຕ່າງປະເທດ ເທື່ອລະກ້າວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ.

