6 ເດືອນທ້າຍປີ 2023 ອົງການໄອຍະການປະຊາຊົນ ນວ ຈະສຸມໃສ 7 ວຽກງານສຳຄັນໃນການດໍາເນີນຄະດີໃຫ້ຖືກຕ້ອງ ແລະ ຍຸຕິທຳ

ວັນທີ 4 ສິງຫາ 2023, ທ່ານ ຈຳນຽນ ວົງສາຍຄໍາ ຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະກາງສະໄໝຂອງແຜນ ການ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ, ການຈັດຕັ້ງປະຕິບັດວຽກງານກວດກາຕິດຕາມ ເກັບກຳສະຖິຕິ ຜູ້ຕ້ອງຫາກະທຳຜິດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II, ໂດຍ ໄລຍະ 6 ເດືອນທ້າຍປີ 2023 ຈະສຸມໃສ 7 ວຽກງານສຳຄັນໃນການດໍາເນີນຄະດີໃຫ້ຖືກຕ້ອງ ແລະ ຍຸຕິທຳ.
- ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີຄຸນທາດການເມືອງ, ຮັບຜິດຊອບໜ້າທີ່ການເມືອງຂອງຕົນດ້ວຍຄວາມສັດຊື່ ບໍລິສຸດ, ຍ້ອງຍໍສັນລະເສີນຜູ້ດີເດັ່ນ ແລະ ເຮັດຫຼ້ອນໜ້າທີ່ຂອງຕົນ, ເດັດຂາດຕໍ່ຜູ້ທີ່ສວຍໃຊ້ໜ້າທີ່ລະເມີດກົດໝາຍ;
- ເອົາໃຈໃສ່ປະຕິບັດພາລະບົດບາດຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ພົນລະເມືອງ ແລະ ນິຕິກຳຂອງອົງການທີ່ກ່ຽວຂ້ອງດັ່ງກ່າວ ໃຫ້ຫລາຍຂຶ້ນກວ່າເກົ່າ, ຖ້າເຫັນວ່າມີການລະເມີດຕ້ອງສະເໜີໃຫ້ອົງການທີ່ກ່ຽວຂ້ອງແກ້ໄຂ, ໃນກໍລະນີທີ່ການລະເມີດຫາກເປັນການກະທຳຜິດທາງອາຍາຕ້ອງນຳມາດຳເນີນຄະດີຕາມກົດໝາຍ;
- ສືບຕໍ່ວຽກງານຕິດຕາມກວດກາອົງການສືບສວນ-ສອບສວນ ແນໃສ່ເຮັດໃຫ້ການດໍາເນີນຄະດີຖືກຕ້ອງຕາມກົດໝາຍ ຮັບປະກັນທາງດ້ານຂໍ້ມູນຫລັກຖານມີຄວາມໜັກແໜ້ນ, ຮັດກຸມ ແລະ ທັນກັບກໍານົດເວລາ ເປັນຕົ້ນການນໍາໃຊ້ 7 ມາດຕະການສະກັດກັ້ນ ຕາມມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງປີ 2017 ເປັນຕົ້ນການຈັບຕົວ, ການກັກຕົວ ແລະ ການກັກຂັງທີ່ບໍ່ຖືກຕ້ອງຕາມກົດໝາຍ;
- ສືບຕໍ່ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ມີຄວາມຖືກຕ້ອງ ແລະ ທັນກຳນົດເວລາ, ຕາມກົດໝາຍ ແລະ ລະບຽບການ, ຮັບປະກັນໃຫ້ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຕາມມາດຕາ 98 ຂອງລັດຖະທຳມະນູນ, ເປັນຕົ້ນ ຄະດີທີ່ມີຄວາມຫຍຸ້ງຍາກສັບສົນ, ຄະດີທີ່ຜູ້ປະຕິບັດໂທດໄດ້ພົ້ນໂທດທາງອາຍາ ແຕ່ການປະຕິບັດຄ່າເສຍຫາຍທາງແພ່ງ ແລະ ຄ່າປັບໃໝບໍ່ທັນສຳເລັດ ແລະ ອື່ນໆ;
- ສືບຕໍ່ຍົກສູງຄຸນນະພາບການຄົ້ນຄວ້າແກ້ໄຂຄະດີອາຍາ, ຄະດີແພ່ງ ແລະ ຄຳຮ້ອງ, ຄຳສະເໜີໃຫ້ບັນລຸຄາດໝາຍ 95%, ພ້ອມທັງຍົກສູງການປະຕິບັດສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ມີຄຸນນະພາບ, ເອົາໃຈໃສ່ໃນການໂຕ້ແຍ້ງຢູ່ທີ່ປະຊຸມສານ ເພື່ອຮັບປະກັນການຕັດສິນຂອງສານເອົາຕາມຄຳຖະແຫລງໃຫ້ໄດ້ 95% ຂຶ້ນໄປ;
- ສືບຕໍ່ເອົາໃຈໃສ່ວຽກງານຕິດຕາມກວດກາການປະຕິບັດກົດໝາຍຢູ່ສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ສະຖານທີ່ປະຕິບັດມາດຕະການບັງຄັບອື່ນຂອງສານ;
- ສືບຕໍ່ເຊັນບົດບັນທຶກຮ່ວມວ່າດ້ວຍກົນໄກການປະສານງານໃນການດໍາເນີນຄະດີຕາມຂະບວນການຍຸຕິທໍາລະຫວ່າງ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ກັບ ສານປະຊາຊົນນະຄອນຫລວງວຽງຈັນ ແລະ ພະແນກຍຸຕິທໍານະຄອນຫລວງວຽງຈັນ ໃຫ້ສໍາເລັດໃນປີ 2023.

