ນະຄອນຫລວງວຽງຈັນ ກຽມຄວາມພ້ອມ ແລະ ກຳນົດປະເພດກິລາ ໃນມະຫະກຳກິລາແຫ່ງຊາດຄັ້ງທີ Xll

ວັນທີ 3 ກັນຍາ 2025 ນີ້  ນະຄອນຫລວງວຽງຈັນ ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຮ່ວມກັບຄະນະນຳກິລາແຂວງ ແລະ ກະຊວງ ເພື່ອກຽມ ຄວາມພ້ອມສູ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xll ທີ່ນະຄອນຫລວງວຽງຈັນ ຮັບກຽດເປັນເຈົ້າພາບ ຈັດຂຶ້ນ  ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະ ຄອນຫລວງວຽງຈັນ, ທັງເປັນປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XlI  ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ມີມະຕິຕົກລົງເຫັນດີເປັນເອກະພາບກັນ ໂດຍສະເພາະການກຳນົດເອົາ ສັນຍະລັກ ຫລື ໂລໂກ້ (LOGO) ແມ່ນພະທາດຫລວງ, ສັດນໍາໂຊກ ແມ່ນນົກຍຸງ, ເນື້ອໃນຄຳຂວັນປະຈຳງານ, ຮອງຮັບກົດລະບຽບ-ກະຕິ ກາກິລາແຂ່ງຂັນ 33 ປະເພດ, ສະຖານທີ່ແຂ່ງຂັນ, ທີ່ພັກຄະນະນຳ, ຄູຝຶກ ແລະ ນັກກິລາ. ສຳລັບຄວາມໝາຍ ຂອງໂລໂກ້ ພະທາດຫລວງວຽງຈັນ ຊຶ່ງການອອກແບບແມ່ນມີຄວາມໝາຍ, ຄວາມສໍາ ຄັນ ແລະ ອົງປະກອບຂອງສັນຍະລັກ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ຄືການປະສົມປະສານ ແລະ ຫລອມລວມສັນຍະລັກອັນໂດດເດັ່ນຂອງຊາດ ແລະ ທ້ອງຖິ່ນ ຊຶ່ງມີ 3 ອົງປະກອບ ຫລັກຄື: ພະທາດຫລວງວຽງຈັນ, ສາຍແມ່ນໍ້າຂອງ ແລະ ເນື້ອໃນທີ່ສະແດງເຖິງຄັ້ງໃນການຈັດ ແລະ ຜູ້ທີ່ເປັນ ເຈົ້າພາບ.

ສ່ວນການອອກແບບ ສັດນໍາໂຊກ ກໍໄດ້ສະແດງເຖິງນົກຍຸງ ທີ່ເຕັມໄປດ້ວຍພະລັງ ແລະ ຄວາມຕັ້ງໝັ້ນ, ຢືນຢ່າງສະຫງ່າຜ່າເຜີຍ, ປີກຂ້າງໜຶ່ງຍົກແຂນຂຶ້ນສູງຢ່າງແຂງແຮງເພື່ອຖື “ທວນໄຟກິລາ” ທີ່ກຳລັງລຸກ, ແປວໄຟສ່ອງ ແສງເຖິງຈິດວິນຍານແຫ່ງການແຂ່ງຂັນ ແລະ ຄວາມຫວັງ. ໃບໜ້າຂອງນົກສະແດງເຖິງຄວາມມຸ່ງໝັ້ນ ແລະ ພ້ອມທີ່ ຈະກ້າວໄປຂ້າງໜ້າ, ທ່າທາງນີ້ ສື່ເຖິງການເລີ່ມຕົ້ນຂອງງານກິລາ, ພະລັງຂອງນັກກິລາ ແລະ ຄວາມພາກພູມໃຈ ໃນການເປັນເຈົ້າພາບ.

ນອກຈາກນັ້ນ, ດ້ານວຽກງານເຕັກນິກຈັດການແຂ່ງຂັນ ກໍໄດ້ມີການຜ່ານກົດລະບຽບການແຂ່ງຂັນ 33 ປະເພດກິລາ; ກຳນົດສະຖານທີ່ຈັດການແຂ່ງຂັນ 33 ປະເພດກິລາ; ສະໜາມ ແລະ ອຸປະກອນຮັບໃຊ້ການແຂ່ງຂັນ; ການຂຶ້ນທະບຽບ, ອອກບັດ ແລະ ລາຍງານຜົນ; ການກະກຽມນາງສາວມອບຫລຽນລາງວັນ ແລະ ການກຳນົດນັກ ກິລາທີມຊາດ ແລະ ລາຍການລົງແຂ່ງຂັນຂອງນັກກິລາທີມຊາດ.

ປະເພດກິລາທີ່ເປີດກວ້າງ (ບໍ່ຈໍາກັດ) ມີທັງໝົດ 11 ປະເພດ ປະກອບມີ: ເປຕັງ, ປິ່ງປ່ອງ, ເທັນນິດ, ໝາກຂ່າງ, ເຮືອຊ່ວງ, ໜ້າເກັກ, ໝາກເສິກ, ໝາກແລ້, ກັອຟ, ຊັອບເທັນນິດ ແລະ ຍົກນໍ້າໜັກ.

ປະເພດຈໍາກັດນັກກິລາທີມຊາດ ເຂົ້າຮ່ວມແຂ່ງຂັນ ມີທັງໝົດ 17 ປະເພດຄື: ບານເຕະ, ລອຍນໍ້າ, ມວຍ ລາວ, ມວຍສາກົນ, ກາຣາເຕໂດ, ຢູໂດ, ດອກປີກໄກ່, ປັນຈັກສີລັດ, ເທຄວັນໂດ, ກະຕໍ້-ຊິນລອນ, ຍິງທະນູ, ມວຍປໍ້າ, ວູຊຸ, ຣັກບີ້, ສະນຸກເກີ, ເພາະກາຍ ແລະ ກິລາດຶງເຊືອກ.

ປະເພດຈໍາກັດລາຍການ ມີ 7 ປະເພດ ຄື: ບານສົ່ງ, ຍິງປືນ, ອີ-ສະປອດ, ແລ່ນ-ລານ, ດືງເຊືອກ, ບານບ້ວງ ແລະ ກິລາລົດຖີບ. ສ່ວນຄຳຂວັນປະຈຳ ງານມະຫະກຳກິລາແຫ່ງຊາດ ຄັ້ງນີ້ ແມ່ນ “ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ’’.

ທີ່ມາ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ