ຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກ ວ່າດ້ວຍຕ້ານການຄ້າມະນຸດ ຄັ້ງທີ 21

ວັນທີ 21 ພຶດສະພາ 2025 ພັຕ ອິນປົງ ຫລວງປັນຍາ ຫົວໜ້າພະແນກເສນາກອງເລຂາ ກົມຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫ່ຍຕໍາຫລວດ ກະຊວງ ປກສ ເຂົ້າຮ່ວມປະຊຸມທາງໄກ ກອງປະຊຸມໜ່ວຍງານວິຊາການອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ຄັ້ງທີ 21 ໂດຍປະເທດ ຟິລິບປິນ ເປັນເຈົ້າພາບ, ມີບັນດາເຈົ້າໜ້າທີ່ຮັບຜິດຊອບວຽກງານຕ້ານການຄ້າມະນຸດຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເປັນການປຶກສາຫາລື ແລະ ຕິດຕາມຄວາມຄືບໜ້າການຈັດຕັ້ງການປະຕິບັດແຜນວຽກອາຊຽນ ເພື່ອຕ້ານການຄ້າມະນຸດ, ລວມທັງໂຄງການທີ່ສຳເລັດ ຍັງດຳເນີນການ ພ້ອມທັງແລກປ່ຽນທັດສະນະຕໍ່ກັບສະພາບການ, ທ່າອ່ຽງ ແລະ ແນວທາງການຮ່ວມມືເພື່ອແກ້ໄຂບັນຫາຄ້າມະນຸດ.

ສຳລັບ ສປປ ລາວ ແມ່ນໄດ້ສຸມໃສ່ແກ້ໄຂບັນຫາການຄ້າມະນຸດ ໃນ 5 ຫົວຂໍ້ຫລັກຄື:
- ການແຕ່ງດອງແອບແຝງ, ການເຜີຍແຜ່ສິ່ງລາມົກອອກສູ່ສື່ສັງຄົມອອນລາຍ
- ການຖືພາແທນ (ອຸ້ມບຸນ)
- ການເຄື່ອນຍ້າຍແຮງງານທີ່ຜິດກົດໝາຍ
- ການແຕ່ງດອງແອບແຝງ ເຊິ່ງມີນາຍຫນ້າມາຕົວະຍົວະເອົາຍິງສາວລາວໄປແຕ່ງດອງກັບຄົນຕ່າງປະເທດແບບຜິດກົດຫມາຍ ແລະ ການເຜີຍແຜ່ສິ່ງລາມົກອານາຈານ.
ພ້ອມດຽວກັນນີ້, ກໍຈະໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມຄູ່ຮ່ວມມືອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດຂ້າມຊາດ ກໍຄືການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງອາຊຽນດ້ວຍການຮ່ວມມືໃນການຕ້ານອາຊະຍາກຳຂ້າມຊາດ ເຊິ່ງໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກໍານົດໄວ້.
ທີ່ມາ: ໜັງສພິມຄວາມສະຫງົບ

