ຈະເລີ່ມເປີດບໍລິການອອກບັດປະຈຳຕົວດີຈິຕອນທົ່ວປະເທດ ເດືອນຕຸລາ 2025 ນີ້

ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ວັນທີ 28 ສິງຫາ 2025 ວ່າ: ບັດປະຈໍາຕົວດີຈິຕອນ ມີຄຸນສົມບັດພິເສດແຕກຕ່າງຈາກບັດເກົ່າ ທາງດ້ານໂຄງສ້າງການ ອອກແບບກະທັດຫັດ, ເບົາ, ສີສັນງົດງາມ ແລະ ບໍ່ປ່ຽນສີ, ທັນສະໄໝ ແລະ ມາດຕະຖານ ຂອງ ISO 7810, ISO 7816, ISO 14443 ແລະ ICAO 9303. ຈຸດພິເສດທີສອງແມ່ນ ມີລະບົບຄວາມປອດໄພສູງ ເຊັ່ນ: ຝັງຊິບປະຫວັດບຸກຄົນ, ລາຍນິ້ວມື, ໃບໜ້າ, ເຍື້ອຫຸ້ມຕາ, ມີລະຫັດ QR code, ບາໂຄ້ດ.
ອາຍຸການການນຳໃຊ້ ບັດປະຈຳຕົວພົນລະເມືອງດິຈິຕອນ ແມ່ນອີງຕາມອາຍຸຂອງພົນລະເມືອງ ໄດ້ແບ່ງອອກເປັນ 2 ໄລຍະຄື:
- ໄລຍະທີ 1: ເລີ່ມແຕ່ມື້ເກີດຮອດ 15 ປີ ໄດ້ແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ສາມາດອອກບັດປະຈໍາຕົວໄດ້ ເລີ່ມແຕ່ມື້ເກີດ ຮອດອາຍຸ 6 ປີ ແລະ ໄລຍະທີ 2 ແມ່ນ ເລີ່ມແຕ່ 6 ປີ ຮອດ 15 ປີ
- ໄລຍະທີ 2: ອອກຄັ້ງທີ 1 ກຳນົດອາຍຸພົນລະເມືອງ 15-20 ປີ, ອອກຄັ້ງທີ 2 ແມ່ນ 20 ປີ, ຫຼັງຈາກນັ້ນ ອາຍຸການນຳໃຊ້ບັດແມ່ນ 10 ປີ, ຖ້າພົນລະເມືອງມີອາຍຸຮອດ 60 ປີຂຶ້ນໄປ ຈະອອກບັດປະຈໍາຕົວດີຈິຕອນໃຫ້ໂດຍບໍ່ມີວັນໝົດອາຍຸ.
ຄຸນປະໂຫຍດຂອງບັດປະຈໍາຕົວແມ່ນ ເປັນເອກະສານຢັ້ງຢືນຕົວຕົນຂອງພົນລະເມືອງ ສາມາດໃຊ້ແທນເອກະສານເດີນທາງໄດ້ທັງພາຍໃນ ແລະ ສາກົນ ໃນກໍລະນີ້ທີ່ໄດ້ລົງນາມໃນສົນທິສັນຍາ, ສັນຍາ ຫຼື ຂໍ້ຕົກລົງລະຫວ່າງປະເທດຮ່ວມກັນ, ສະດວກໃຫ້ແກ່ການເຂົ້າເຖິງບໍລິການບໍລິຫານລັດ, ການດໍາເນີນທຸລະກຳ ແລະ ອື່ນໆ ວ່ອງໄວ, ປະຢັດເວລາ ແລະ ປະຢັດງົບປະມານ.

ພົນລະເມືອງລາວ ສາມາດເຮັດບັດປະຈຳຕົວຈິຕອນຕົນເອງໂດຍຜ່ານບັນດາສະຖານທີ່ໄດ້ກຳນົດດັ່ງນີ້:
- ຂັ້ນສູນກາງ: ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ
- ຂັ້ນແຂວງ: ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ
- ຂັ້ນນະຄອນຫຼວງວຽງຈັນ: ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ
- ຂັ້ນເມືອງ-ນະຄອນ: ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ-ນະຄອນ. ຖືວ່າ ພົນລະເມືອງລາວສາມາດອອກໄປເຮັດບັດປະຈໍາຕົວດີຈິຕອນ ໄດ້ຢູ່ທຸກສະຖານທີ່ກຳນົດ ແລະ ສະດວກແກ່ຕົນເອງ ຫລື ສາມາດຈົດທະບຽນຜ່ານທະບຽນຜ່ານແອັບ LaelD ກ່ອນໄປເຮັດບັດປະຈໍາຕົວ ເຊິ່ງປັດຈຸບັນ, ພວກເຮົາກຳລັງກະກຽມຄວາມພ້ອມຮອບດ້ານເພື່ອເປີດບໍລິການທົ່ວປະເທດ ພ້ອມກັນຕາມແຜນການໄດ້ກຳນົດແມ່ນຕົ້ນເດືອນຕຸລາ 2025.
ປັດຈຸບັນ, ໄດ້ເປີດຮັບຂໍ້ມູນພົນລະເມືອງໃນເບື້ອງຕົ້ນຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ ແຕ່ຖ້າຫາກພົນລະເມືອງມີຄວາມຈໍາເປັນຕ້ອງການນໍາໃຊ້ບັດດ່ວນກໍ່ສາມາດໄປເຮັດ ຫຼື ຕໍ່ບັດໄດ້ຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານກະຊວງ ປກສ.
ສໍາລັບການກະກຽມເອກະສານເບື້ອງຕົ້ນກ່ອນໄປຂໍອອກບັດປະຈໍາຕົວໃຫ້ພົນລະເມືອງມີ: ປື້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ຫລື ກັອບປີ້ພັດສະປອດ ສ່ວນຄ່າບໍລິການອອກບັດແມ່ນ 30,000 ກີບ.
ທີ່ມາ: ໜັງສືພິມຄວາມສະຫງົບ

