ລົດໄຟ “ຂະບວນດ່ວນລ້ານຊ້າງ” ຈະເຖິງນະຄອນຫລວງວຽງຈັນວັນທີ 11 ມັງກອນ

ແຫລ່ງຂ່າວ CRI ລາຍງານວ່າ: ເວລາ 10:30 ໂມງວັນທີ 10 ມັງກອນ 2022 ຕາມເວລາວຽງຈັນ, ລົດ ໄຟ “ຂະບວນດ່ວນລ້ານຊ້າງ” ຂະບວນທຳອິດແລ່ນໃນຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ໄດ້ອອກຈາກນະຄອນຄຸນຫມິງ ປະເທດຈີນ ແລະ ຈະຮອດນະຄອນຫລວງວຽງຈັນໃນວັນທີ 11 ມັງກອນ 2022.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງກ່າວວ່າ: ເບື້ອງຕົ້ນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ຈະແລ່ນ 2 ຖ້ຽວເປັນ ປະຈຳ, ຈາກນັ້ນຈະເພີ່ມຂະບວນຕາມສະພາບຕົວຈິງຂອງຕະຫຼາດເພື່ອສາມາດຕອບສະໜອງຄວາມຕ້ອງ ການໃນການຂົນສົ່ງສິນຄ້າທີ່ມີເວລາຈຳກັດ.
ປັດຈຸບັນ, ສິນຄ້າທີ່ຂົນສົ່ງຕາມທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເລີ່ມຈາກຢາງພາລາ, ປຸຍ ແລະ ເຄື່ອງຂອງຕ່າງໆ ຂະຫຍາຍມາສູ່ການຂົນສົ່ງຜະລິດຕະພັນເອເລັກໂຕຣນິກ, ລົດ, ຜັກ, ໝາກໄມ້ ແລະ ອື່ນໆ. ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນມີຜົນບັງຄັບໃຊ້ຢ່າງເປັນທາງການ, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງຈະສົ່ງໄປສູ່ 10 ກວ່າປະເທດ ແລະ ເຂດແຄ້ວນ ເປັນຕົ້ນ ລາວ, ໄທ, ມຽນມາ ແລະ ບັງກລາເດັດ ໂດຍເປັນການປະກອບສ່ວນສ້າງຕ່ອງໂສ້ການຈໍລະຈອນສິນຄ້າລະຫວ່າງແມ່ນ້ຳລ້ານຊ້າງຂອງຈີນແລະອະນຸພາກພື້ນແມ່ນ້ຳຂອງ ທັງຈະຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງສາກົນ ແລະ ຕ່ອງໂສ້ການຄ້າ.
