ເກີດເຫດໄຟໄໝ້ຕຶກແຖວ ຢູ່ບ້ານວຽງແກ້ວ ນະຄອນຫລວງພະບາງ ເສຍຫາຍ 6 ຫ້ອງ

ຕອນເຊົ້າວັນທີ 19 ສິງຫາ 2025 ເກີດເຫດໄຟໄໝ້ຮ້ານ ແລະ ເຮືອນ ປະຊາຊົນຢູ່ ບ້ານວຽງແກ້ວ ນະຄອນຫລວງພະບາງ ແຂວງຫລວງພະບາງ ເສຍຫາຍ 4 ຄອບຄົວ, 1ຫ້ອງການສາທາລະນະສຸກນະຄອນ ແລະ ຮ້ານຂາຍເຄື່ອງ 1 ຮ້ານ.

ປັດຈຸບັນ, ເຈົ້າໜ້າທີ່ສາມາດຄວບຄຸມໄຟໄດ້ແລ້ວ ສ່ວນສາເຫດແມ່ຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່.

ທີ່ມາ: ໜ່ວຍກູ້ໄພອົງການກາແດງ ແຂວງຫລວງພະບາງ