ຄະນະນຳຫ້ອງວ່າການສູນກາງພັກ ຕ້ອງປັບປຸງ ແລະ ຍົກສູງລະດັບຄຸນນະພາບໃຫ້ດີຂຶ້ນກວ່າເກົ່າ

ວັນທີ 27 ທັນວາ 2023, ໃນໂອກາດທີ່ລົງພົບປະໂອ້ລົມພະນັກງານຫລັກແຫລ່ງ ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ໄດ້ເນັ້ນໃຫ້ເອົາໃຈໃສ່ 6 ເນື້ອໃນສຳຄັນ ຄື:

1. ຕ້ອງສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ ຂອງຫ້ອງວ່າການສູນກາງພັກ ທັງ 5 ດ້ານ ຄື: ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ພາລະກິດປະຕິວັດຂອງພັກ, ຕໍ່ອຸດົມການ, ເສັ້ນທາງກ້າວເດີນ ແລະ ຈຸດໝາຍກ້າວຂຶ້ນ ຂອງປະເທດຊາດ; ເປັນນໍ້າໜຶ່ງໃຈດຽວກັນ, ສາມັກຄີປຸ້ມລຸມຊ່ວຍເຫລືອເຊິ່ງກັນ ແລະ ກັນ ຖານສະຫາຍອ້າຍນ້ອງ ຮ່ວມອຸດົມການດຽວກັນ; ເປັນແບບຢ່າງນໍາໜ້າ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ; ເປັນເສນາທິການຊ່ວຍການນໍາຂອງພັກ ດ້ວຍຄວາມຊື່ສັດບໍລິສຸດ, ຮັບປະ ກັນຄວາມລັບຂອງພັກ, ຂອງຊາດ; ແລະ ເປັນເບົ້າຫລໍ່ ຝຶກຝົນ, ກໍ່ສ້າງບຸກຄະລາກອນ ທີ່ສໍາຄັນ ຂອງພັກ;

2. ຕ້ອງຍົກສູງບົດບາດ ເປັນເສນາທິການຊ່ວຍສູນກາງພັກ ແລະ ການນໍາ ຂອງພັກໃຫ້ສູງຂຶ້ນຕື່ມ, ຮັບປະກັນປະສິດທິຜົນ, ຕ້ອງເປັນເສນາທິການ ທີ່ປຽບເໝືອນ “ແຂນ, ຂາ ແລະ ມັນສະໝອງ” ທີ່ເຂັ້ມແຂງ ໃຫ້ແກ່ສູນກາງພັກ;

3. ສືບຕໍ່ຍົກສູງບົດບາດໃນການຕິດຕາມ, ຊຸກຍູ້ ການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ແລະ ທິດຊີ້ນຳ ຂອງສູນກາງພັກ;

4. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຫ້ອງວ່າການສູນກາງພັກໃຫ້ກະທັດຮັດ, ເຂັ້ມແຂງ, ໜັກແໜ້ນ ແລະ ປອດໃສ; ເອົາໃຈໃສ່ຍົກສູງຄຸນນະພາບ ຂອງຖັນແຖວບຸກຄະລາກອນ ໂດຍສະເພາະໃນຂົງເຂດ ຄົ້ນຄວ້າ, ວິເຄາະ, ວິໄຈ, ສະຫລຸບສັງລວມ;

5. ເກັບກໍາ, ຄຸ້ມຄອງ, ນໍາໃຊ້ ແລະ ເຜີຍແຜ່ ເອກະສານ ຂອງພັກ ຕາມທິດຫັນໄປສູ່ດີຈີຕອນ;

6. ສືບຕໍ່ເພີ່ມທະວີການຍົກລະດັບການພົວພັນຮ່ວມມື ກັບຫ້ອງວ່າການສູນກາງພັກຂອງບັນດາປະເທດເພື່ອນມິດຍຸດທະສາດໃຫ້ນັບມື້ເຂົ້າສູ່ລວງເລິກ.

ນອກຈາກໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາພາຊີ້ນໍາ, ການເຄື່ອນໄຫວວຽກງານຂອງຄະນະພັກ, ຄະນະນຳຫລັກແຫລ່ງ ແລະ ພະນັກງານທັງໝົດຂອງຫ້ອງວ່າການສູນກາງພັກ; ຍົກໃຫ້ເຫັນມູນເຊື້ອຂອງຫ້ອງວ່າການສູນກາງພັກ, ພ້ອມທັງໃຫ້ທິດຊີ້ນຳຕໍ່ການປັບປຸງ ແລະ ຍົກລະດັບຄຸນນະພາບໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງຫ້ອງວ່າການສູນກາງພັກທີ່ເປັນເສນາທິການໃກ້ຊິດໃຫ້ແກ່ສູນກາງພັກແລ້ວ.