ອະນຸມັດເອກະຊົນ ສຶກສາສຳຫລວດ ປູກໝາກຖົ່ວລຽນ ຢູ່ເມືອງເຟືອງ ແຂວງວຽງຈັນ 100 ກວ່າເຮັກຕາ

ຂ່າວແຂວງວຽງຈັນ ລາຍງານວ່າ: ວັນທີ 12 ສິງຫາ 2025 ນີ້, ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ-ສຳຫຼວດຄວາມເປັນໄປໄດ້ໂຄງການປູກຕົ້ນໝາກຖົ່ວລຽນ ຕິດພັນກັບການທ່ອງທ່ຽວທຳມະຊາດ ຢູ່ບ້ານນາທູນ ແລະ ເຂດສະຫງວນ 50 ແມັດ ຕີນຜາຕຶ້ງ ຢູ່ບ້ານນາແຊງ, ບ້ານປາກງວ້າ ແລະ ບ້ານນາໃໝ່ ເມືອງເຟືອງ ແຂວງວຽງຈັນ ລະຫວ່າງ ອົງການປົກຄອງແຂວງວຽງຈັນ, ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ກັບ ບໍລິສັດເອກະຊົນ.
ອົງການປົກຄອງແຂວງວຽງຈັນ ເຫັນດີອະນຸມັດ ສຶກສາ-ສຳຫຼວດຄວາມເປັນໄປໄດ້ໂຄງການປູກຕົ້ນໝາກຖົ່ວລຽນ ຕິດພັນກັບການທ່ອງທ່ຽວທຳມະຊາດ ຢູ່ບ້ານນາທູນ ແລະ ເຂດສະຫງວນ 50 ແມັດ ຕີນຜາຕຶ້ງ ຢູ່ບ້ານນາແຊງ, ບ້ານປາກງວ້າ ແລະ ບ້ານນາໃໝ່ ເມືອງເຟືອງ ແຂວງວຽງຈັນ ໃນເນື້ອທີ່ 102,8 ເຮັກຕາ ໂດຍຈະໃຊ້ເວລາສຶກສາ-ສຳຫຼວດ 18 ເດືອນ ນັບແຕ່ມື້ລົງນາມລະຫວ່າງແຂວງວຽງຈັນ ກັບ ບໍລິສັດ, ພ້ອມນີ້ ກ່ອນຈະລົງນາມບົດບັນທຶກຄວາມເຂົ້າໃຈ ຜູ້ພັດທະນາຕ້ອງວາງເງິນຄ້ຳປະກັນໂຄງການ ມູນຄ່າ 30,000 ໂດລາສະຫະລັດ ແລະ ຍິນດີປະກອບສ່ວນທຶນຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະແນກການທີ່ກ່ຽວຂ້ອງ ແລະ ເມືອງ ຄື: ພະແນກການແຜນການ ແລະ ການລົງທຶນແຂວງ, ພະແນກ ຖະແຫຼງຂ່າວ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ອົງການປົກຄອງເມືອງເຟືອງ ພາກສ່ວນລະ 10 ລ້ານກີບ.

