ພໍ່ແມ່ຜູ້ປົກຄອງນັກສຶກສາຍັງຄ້າງຢູ່ອູຮັ່ນຮຽກຮ້ອງໃຫ້ເພີ່ມຄວາມເອົາໃຈໃສ່ເບິ່ງແຍງເຂັ້ມງວດຕື່ມອີກ

ເນື່ອງໃນໂອກາດເຂົ້າຮ່ວມຖະແຫລງຂ່າວຂອງກະຊວງສຶກສາທິການ ແລະ ກິລາ ຮ່ວມກັບກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ກ່ຽວກັບສະພາບນັກສຶກສາ 43 ຄົນທີ່ຍັງດຳລົງຊີວິດຢູ່ເມືອງອູຮັ່ນ ແຂວງຫູເປີ່ຍ ສປ ຈີນ ໄດ້ມີຂຶ້ນໃນວັນທີ 10 ມີນາ ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ.

ພໍ່ແມ່ຜູ້ປົກຄອງນັກຮຽນ-ນັກສຶກສາໄດ້ມີຄຳເຫັນວ່າ: ເນື່ອງຈາກສະພາບ ເຊື້ອຈຸລະໂຣກສາຍພັນໃຫມ່ (COVID-19) ໄດ້ເລີ່ມລະບາດເປັນຄັ້ງທໍາອິດຢູ່ ເມືອງອູຮັ່ນ ແຂວງຫູເປີ່ຍ ໃນທ້າຍເດືອນ ທັນວາ 2019 ຜ່ານມາ, ທາງການ ສປ ຈີນ ໄດ້ມີມາດຕະການທີ່ເຂັ້ມງວດ, ສັ່ງປິດເມືອງອູຮັ່ນ ຄົນໃນຫ້າມອອກ, ຄົນນອກຫ້າມເຂົ້າ, ສາມາດເຂົ້າໄດ້ສະເພາະບຸກຄະລາກອນທາງການແພດ ແລະ ເຈົ້າຫນ້າທີ່ທີ່ກ່ຽວຂ້ອງເທົ່ານັ້ນ ເພື່ອຈໍາກັດການແຜ່ລະບາດຂອງພະຍາດໄປບ່ອນອື່ນ, ດ້ວຍເຫດນີ້ຈິ່ງເຮັດໃຫ້ ນັກສຶກສາລາວ 43 ຄົນ ກໍຄືລູກຫລານຂອງພວກເຮົາທີ່ບໍ່ໄດ້ກັບບ້ານຍັງຄ້າງຢູ່ຫໍພັກນັກຮຽນເມືອງດັ່ງກ່າວ ແລະ ບໍ່ສາມາດອອກໄປເຂດນອກເພື່ອຊື້ເຄື່ອງຢູ່ຂອງກິນ. ແຕ່ເຖິງວ່າທາງການຈີນຈະຊ່ວຍອຳນວຍຄວາມສະດວກໃນການສົ່ງອາຫານການກິນ ໃຫ້ກໍຕາມ, ແຕ່ເຖິງຢ່າງໃດກໍຂໍຮຽກໃຫ້ທາງຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງເພີ່ມຄວາມເອົາໃຈໃສ່ເບິ່ງແຍງເລື່ອງອາຫານການກິນ, ຊີວິດການເປັນຢູ່ ແລະ ທາງດ້ານສຸຂະພາບຈິດຂອງນັກສຶກສາຕື່ມອີກຈະເປັນການດີທີ່ສຸດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ