ລາວ ແລະ ສິງກະໂປ ຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ດຣ. ວິວຽນບາລາຄຣິສນານ (Dr. Vivian Balakrishnan) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ກໍຄືລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ສິງກະໂປ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ວັນທີ 11 ສິງຫາ 2025 ທີ່ກະຊວງການຕ່າງປະເທດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ດຣ. ວິວຽນບາລາຄຣິສນານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ສິງກະໂປ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາ ພ້ອມທັງວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດຕະຫລອດໄລຍະ 51 ປີ ຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ, ເຊິ່ງສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມ ລະຫ່ວາງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ລວມເຖິງການໄປ-ມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດນັບມື້ນັບເພີ່ມຂຶ້ນ.

 ສອງຝ່າຍໄດ້ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການສະໜອງສະບຽງອາຫານ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສົ່ງອາສາສະມັກສິງກະໂປມາລາວ ແລະ ອື່ນໆ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ. ພິເສດ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ໃນປີ 2024 ຜ່ານມາ ທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີເນື້ອໃນ. ພ້ອມນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນຈຳນວນໜຶ່ງ.

ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫລືອແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ ຜ່ານທຶນຝຶກອົບຮົມຕ່າງໆ. ພ້ອມນີ້, ຍັງໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ປະຊາຊົນສິງກະໂປ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນໃນໂອກາດວັນຊາດສິງກະໂປ ຄົບຮອບ 60 ປີ ໃນວັນທີ 9 ສິງຫາ 2025 ຜ່ານມາ.

ທີ່ມາ: ຂ່າວສານປະເທດລາວ