ທ່ານ ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ຂຶ້ນພາສີ ອີຢູ 30%

ສຳນັກຂ່າວ ບີບີຊີ ລາຍງານວັນທີ 13 ກໍລະກົດ 2025 ທ່ານ ໂດນັລ ທຣຳ ປະທານາທິບໍດີ ສະຫະລັດອາເມລິກາ ຖະແຫລງວ່າ: ສະພາບເອີຣົບ ( ອີຢູ) ແລະ ແມັກຊິໂກ ຈະໄດ້ຮັບຜົນກະທົບກັບພາສີນຳເຂົ້າສິນຄ້າໄປສະຫະລັດ 30% ຕັ້ງແຕ່ວັນທີ 1 ສິງຫາ 2025 ເປັນຕົ້ນໄປ.
ພ້ອມເຕືອນວ່າຈະຈັດເກັບພາສີນຳເຂົ້າທີ່ສູງຂຶ້ນ ຫາກຄູ່ຄ້າຂອງສະຫະລັດຝ່າຍໃດຝ່າຍໜຶ່ງຕັດສິນໃຈຕອບໂຕ້ ໃນຊ່ວງອາທິດທີ່ຜ່ານມາ, ທ່ານ ທຣຳ ຍັງປະກາດວ່າສະຫະລັດຈະຈັດເກັບພາສີນຳເຂົ້າສິນຄ້າອັດຕາໃໝ່ຈາກຍີ່ປຸ່ນ, ສ.ເກົາຫລີ, ແຄນນາດາ ແລະ ບຣາຊິວ ທີ່ຈະເລີ່ມປະຕິບັດໃນວັນທີ 1 ສິງຫາ 2025 ເຊັ່ນດຽວກັນ.
ຂໍ້ຄວາມສ່ວນໜຶ່ງໃນຈົດໝາຍທີ່ສົ່ງເຖິງ ທ່ານນາງ ອົວຊູລາ ຟອນ ແດ ໄລເອິນ ປະທານຄະນະກຳມະທິການເອີຣົບ ລະບຸວ່າ: “ເຮົາໃຊ້ເວລາຫລາຍປີໃນການຫາລືກ່ຽວກັບຄວາມສຳພັນທາງການຄ້າກັບສະຫະພາບເອີຣົບ ແລະ ໄດ້ຂໍ້ສະຫລຸບວ່າ ຕ້ອງຢຸດຕິການຂາດດຸນການຄ້າໄລຍະຍາວ ແລະ ຕໍ່ເນື່ອງຊຶ່ງເກີດຈາກນະໂຍບາຍພາສີນຳເຂົ້າ ນະໂຍບາຍທີ່ບໍ່ແມ່ນພາສີນຳເຂົ້າ ແລະ ອຸປະສັກທາງການຄ້າ”
ກ່ອນໜ້ານີ້ເມື່ອເດືອນເມສາ 2025 ທ່ານ ທຣຳ ໄດ້ສະເໜີມາດຕະການຈັກເກັບພາສີນຳເຂົ້າສິນຄ້າຈາກ ອີຢູ ຢູ່ທີ່ 20% ຕໍ່ມາຂູ່ວ່າຈະຂຶ້ນພາສີເປັນ 50% ສ່ວນການເຈລະຈາການຄ້າລະຫວ່າງສະຫະລັດ ກັບ ອີຢູ ຊຶ່ງເດີມທີ່ຫວັງວ່າຈະບັນລຸຂໍ້ຕົກລົງກ່ອນກຳນົດເສັ້ນຕາຍວັນທີ 9 ກໍລະກົດ 2025 ຍັງບໍ່ມີຄວາມຄືບໜ້າໃດໆ.

ທ່ານນາງ ໄລເອິນ ກ່າວວ່າ “ສະຫະພາບເອີຣົບ ຍັງພ້ອມທີ່ຈະເຮັດວຽກຕໍ່ໄປເພື່ອບັນລຸຂໍ້ຕົກລົງພາຍໃນວັນທີ 1 ສິງຫາ 2025 ມີເສດຖະກິດພຽງບໍ່ເທົ່າໃດປະເທດໃນໂລກທີ່ທຽບເທົ່າກັບລະດັບຄວາມເປີດກ້ວາງ ແລະ ການຢືດໝັ້ນໃນຫລັກປະຕິບັດການຄ້າທີ່ເປັນທຳຂອງສະຫະພາບເອີຣົບ ເຮົາຈະດຳເນີນການຕາມຂັ້ນຕອນທີ່ຈຳເປັນທັງໝົດເພື່ອປົກປ້ອງຜົນປະໂຫຍດຂອງ ສະຫະພາບເອີຣົບ ລວມເຖິງການນຳມາດຕະການຕອບໂຕ້ທີ່ໄດ້ສັດສ່ວນມາໃຊ້ຫາກຈຳເປັນ”.

ຂະນະທີ່ຈົດໝາຍຂອງທ່ານ ທຣຳ ເຖິງປະທານາທິບໍດີ ທ່ານນາງ ຄໍເດຍ ເຊນບາມ ຜູ້ນຳເເມັກຊິໂກ ກ່າວວ່າປະເທດນີ້ຍັງບໍ່ໄດ້ດຳເນີນການຫລາຍພໍທີ່ຈະຢຸດຢັ້ງບໍ່ໃຫ້ອາເມລິກາເໜືອເປັນແຫລ່ງຄ້າຢາເສບຕິດ.
ດ້ານນາງ ເຊນ ບາມ ສະແດງຄວາມເຊື່ອໝັ້ນວ່າຈະບັນລຸຂໍ້ຕົກລົງກັບສະຫະລັດໄດ້ ເຖິງແມ່ນວ່າໃນເດືອນເມສາ ສະຫະລັດບໍ່ໄດ້ປະກາດວ່າຈະຈັດເກັບພາສີນຳເຂົ້າສິນຄ້າຈາກເມັກຊິໂກກໍຕາມ “ເຮົາເຊື່ອວ່າຈະບັນລຸຂໍ້ຕົກລົງກັບສະຫະລັດອາເມລິກາ ແລະ ແນ່ນອນວ່າເຮົາຈະບັນລຸເງື່ອນໄຂທີ່ດີຂຶ້ນ ເຮົາມີຄວາມຊັດເຈນໃນສິ່ງທີ່ເຮົາສາມາດເຮັດວຽກຮ່ວມກັບສະຫະລັດໄດ້ ແລະ ສິ່ງທີ່ເຮົາເຮັດບໍ່ໄດ້” ນາງເຊນບາມກ່າວ.

