ທ່ານ ເນທັນຢາຮູ ເດີນໜ້າແຜນບຸກກາຊາ ທ່າມກາງຄໍາເຕືອນເລື່ອງຕົວປະກັນ ແລະ ວິກິດມະນຸດສະທໍາ

           ອິດສະລາແອນປະກາດໃນວັນທີ 8 ສິງຫາວ່າ: ກຽມບຸກຢຶດເມືອງກາຊາ ຊິຕີ້ ອີກ. ຖືເປັນການຍົກລະດັບຄັ້ງສໍາຄັນຂອງສົງຄາມຍືດເຍື້ອກັບກຸ່ມຮາມັດ ເຊິ່ງດໍາເນີນມາເປັນເວລາ 22 ເດືອນແລ້ວ. ການຕັດສິນໃຈຄັ້ງນີ້ມີຂຶ້ນຫລັງກອງປະຊຸມດ່ວນຂອງຄະນະລັດຖະມົນຕີຝ່າຍຄວາມໝັ້ນຄົງໃນຄືນຜ່ານມາ ເຖິງວ່າຈະມີແຮງກົດດັນຈາກນາໆຊາດໃຫ້ຢຸດຄວາມຂັດແຍ່ງ ແລະ ກະແສຄັດຄ້ານຈາກພາຍໃນປະເທດ ທີ່ກັງວົນເລື່ອງຄວາມປອດໄພຂອງຕົວປະກັນທີ່ຍັງເຫລືອຢູ່ໃນເຂດກາຊາ.

              ສົງຄາມທາງອາກາດ ແລະ ພາກພື້ນດິນຂອງອິດສະລາແອນເຮັດໃຫ້ມີຜູ້ເສຍຊີວິດຢູ່ກາຊາຫລາຍໝື່ນຄົນ, ປະຊາກອນສ່ວນຫລາຍຕ້ອງພັດຖິ່ນ, ເມືອງຫລາຍແຫ່ງຖືກທໍາລາຍ ແລະ ພື້ນທີ່ກາຊາກໍາລັງຜະເຊີນສະພາບຂາດເຂີນອາຫານຢ່າງໜັກ. ການເປີດປະຕິບັດການທາງພາກພື້ນໃນເມືອງກາຊາ ຊິຕີ້ອີກ ອາດຍິ່ງເຮັດໃຫ້ສະຖານະການດ້ານມະນຸດສະທໍາຮ້າຍແຮງໄປອີກ.

              ກ່ອນໜ້ານີ້, ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ໄດ້ໃຫ້ສໍາພາດຕໍ່ Fox News ໂດຍກ່າວວ່າ: ອິດສະລາແອນມີແຜນຈະຄວບຄຸມ “ກາຊາທັງໝົດ” ປັດຈຸບັນ ອິດສະລາແອນຄວບຄຸມພື້ນທີ່ປະມານ 3 ໃນ 4 ຂອງເຂດກາຊາແລ້ວ.

             ເຖິງຢ່າງໃດກໍຕາມ, ກອງປະຊຸມຄະນະລັດຖະບານໃນຄືນຜ່ານມາ ຍັງບໍ່ລົງມະຕິເດີນໜ້າແຜນຢຶດຄອງເຕັມຮູບແບບ ເຊິ່ງອາດສະທ້ອນຂໍ້ກັງວົນຈາກຜູ້ນໍາກອງທັບວ່າ: ການບຸກຄືບໃນເວລານີ້ ອາດເປັນອັນຕະລາຍຕໍ່ກຸ່ມຕົວປະກັນທີ່ຍັງມີຊີວິດຢູ່ປະມານ 20 ຄົນ ແລະ ສ້າງສະພາບທາງທະຫານຕໍ່ອິດສະລາແອນຢ່າງໜັກ.

              ພາຍຫລັງກອງປະຊຸມ, ສໍານັກງານນາຍົກລັດຖະມົນຕີອິດສະລາແອນຖະແຫລງວ່າ: “ກອງທັບຈະກຽມເຂົ້າຄວບຄຸມເມືອງກາຊາ ຊິຕີ້ ໂດຍຈະຈັດສັນການຊ່ວຍເຫລືອດ້ານມະນຸດສະທໍາໃຫ້ປະຊາຊົນໃນພື້ນທີ່ນອກເຂດສູ້ຮົບ”.

             ຫລາຍເດືອນຜ່ານມາ, ອິດສະລາແອນໄດ້ຖິ້ມລະເບີດ ແລະ ບຸກເຂົ້າໄປໃນກາຊາ ຊິຕີ້ ຫລາຍຄັ້ງ, ແຕ່ຕ້ອງຖອນກໍາລັງອອກເປັນໄລຍະ ເນື່ອງຈາກນັກຮົບຮາມັດມັກກັບມາລວມກຸ່ມໃໝ່. ປັດຈຸບັນເມືອງນີ້ເປັນໜຶ່ງໃນບໍ່ເທົ່າໃດພື້ນທີ່ທີ່ຍັງບໍ່ຖືກປະກາດໃຫ້ເປັນເຂດກັນຊົນ ຫລື ບໍ່ຢູ່ພາຍໃຕ້ຄໍາສັ່ງອົບພະຍົບ.

             ຖ້າມີການເປີດປະຕິບັດການພາກພື້ນດິນຂະໜາດໃຫຍ່ໃນເມືອງນີ້ ອາດເຮັດໃຫ້ປະຊາຊົນຫລາຍໝື່ນຄົນຕ້ອງພັດຖິ່ນອີກ ແລະ ຍິ່ງເຮັດໃຫ້ການສົ່ງອາຫານເຂົ້າພື້ນທີ່ອຶດຫິວຊັກຊ້າກວ່າເກົ່າ.

            ທັງນີ້, ຍັງບໍ່ມີຂໍ້ມູນແນ່ນອນວ່າ: ປັດຈຸບັນມີປະຊາຊົນຫລົງເຫລືອຢູ່ເມືອງກາຊາ ຊິຕີ້ຫລາຍໜ້ອຍຊໍ່າໃດ. ເມືອງແຫ່ງນີ້ເຄີຍເປັນເມືອງໃຫຍ່ທີ່ສຸດຂອງກາຊາກ່ອນສົງຄາມຈະເກີດຂຶ້ນ, ຄົນຈໍານວນຫລາຍອົບພະຍົບອອກໃນອາທິດທໍາອິດຂອງສົງຄາມ, ແຕ່ມີບາງສ່ວນກັບເຂົ້າມາໃນຊ່ວງຢຸດຍິງເມື່ອຕົ້ນປີນີ້.

             ກ່ອນການຕັດສິນໃຈຈະປະກາອອກມາ, ໂຮງໝໍທ້ອງຖິ່ນໃນກາຊາລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 42 ຄົນ ຈາກການໂຈມຕີທາງອາກາດ ແລະ ການຍິງໃນພື້ນທີ່.

ອ້າງອີງ:

https://apnews.com/article/israel-palestinians-hamas-war-hostages-gaza-08-07-2025-b92e0e4947061ed89bfc6782c4067896?utm_source=onesignal&utm_medium=push&utm_campaign=2025-08-07-Breaking+News