UN ເລັ່ງຂໍການຊ່ວຍເຫລືອໂມຊຳບິກ ເດືອດຮ້ອນໜັກຫລັງໄຊໂຄນພັດຖະຫລົ່ມ

ສະຫະປະຊາຊາດ ຫລື UN ເລັ່ງຂໍການຊ່ວຍເຫລືອຈາກນາໆປະເທດ ເພື່ອຊ່ວຍເຫລືອໂມຊຳບິກ ປະເທດທາງຕາເວັນອອກສຽງໃຕ້ຂອງອາຟຣິກາທີ່ຖືກໄຊໂຄນພັດຖະຫລົ່ມໃນອາທິດກ່ອນ ແລະ ປະຊາຊົນຍັງເດືອດຮ້ອນໜັກໃນປັດຈຸບັນ.
ໄຊໂຄນໄອດາອີ ຄວາມຮຸນແຮງລະດັບສີ່ ພັດຖະຫລົ່ມໂມຊຳບິກດ້ວຍຄວາມໄວລົມເກືອບ 200 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ນ້ຳຖ້ວມເປັນບໍລິເວນກວ້າງ. ອົງການສາກົນເພື່ອການໂຍກຍ້າຍຖິ່ນຖານ ຫລື IOM ເປີດເຜີຍວ່າ: ຈຳນວນຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນມີ 293 ຄົນ, ສ່ວນຢູ່ຊິມບຳເວ ປະເທດໃກ້ຄຽງທາງຕາເວັນຕົກມີຜູ້ເສຍຊີວິດ 259 ຄົນ, ປະຊາຊົນເດືອດຮ້ອນ 1,7 ລ້ານຄົນ, ຫລາຍຮ້ອຍຄົນຍັງສູນຫາຍ, ຫລາຍສິບຄົນຕົກຄ້າງຢູ່ຕາມຫລັງຄາເຮືອນ, ຜູ້ລອດຊີວິດມີສະພາບການເປັນໂຫດຮ້າຍ ສ່ຽງເກີດພະຍາດລະບາດທີ່ເກີດຈາກນ້ຳເຊັ່ນ: ອະຫິວາ. ໂຄງການອາຫານໂລກປະກາດໃນວັນທີ 24 ມີນາວ່າ: ວິກິດດ້ານອາຫານຢູ່ໂມຊຳບິກສຸກເສີນລະດັບສາມແລ້ວ ທຽບເທົ່າວິກິດຢູ່ເຢເມນ, ຊີຣີ ແລະ ຊູດັງໃຕ້ທີ່ຕົກຢູ່ໃນສົງຄາມ. ການປະກາດລະດັບວິກິດເປັນໄປເພື່ອເລັ່ງປະຕິບັດການຊ່ວຍເຫລືອຂະໜາດໃຫຍ່ທີ່ກຳລັງດຳເນີນຢູ່ໃນປັດຈຸບັນ.
ໂດຍສະເພາະຢູ່ເມືອງເບຍຣາ ເມືອງໃຫຍ່ອັນດັບສີ່ທາງຕອນກາງຂອງໂມຊຳບິກ ໜ່ວຍງານບັນເທົາທຸກໄດ້ຮັບລາຍງານຜູ້ປ່ວຍອະຫິວາແລ້ວ ແລະ ມີຜູ້ປ່ວຍມາລາເລຍເພີ່ມຂຶ້ນ ເນື່ອງຈາກມີຊີວິດຢູ່ທ່າມກາງນ້ຳຖ້ວມທີ່ເປິະເປື້ອນ, ບັນຫາສຸຂະອະນາໄມ ແລະ ນ້ຳດື່ມສະອາດກຳລັງເປັນເລື່ອງຮີບດ່ວນໃນປັດຈຸບັນ. ນອກຈາກນີ້ ຍັງພົບວ່າມີຜູ້ປະສົບໄພມີໂອກາດຕິດພະຍາດທາງເດີນຫາຍໃຈເຊັ່ນ: ປອດອັກເສບນຳອີກ.

