“ການບໍ່ຫົວຊາຕໍ່ພຶດຕິກຳການສໍ້ລາດບັງຫຼວງ ແມ່ນການສໍ້ລາດບັງຫຼວງ”   

ໂດຍ: ທິດດີ

ທິດດີ ໄດ້ເຂົ້າເວັບໄຊ ຂອງຄະນະຈັດຕັ້ງສູນກາງພັກ ໄດ້ອ່ານພົບບົດໃນຫົວຂໍ້ “ສິ່ງໃດ ອັນຕະລາຍກວ່າການສໍ້ລາດບັງຫຼວງ” ເຫັນວ່າເປັນບົດຂຽນທີ່ກິນໃຈຫຼາຍ ເລີຍຂໍນຳມາລົງພິມໃຫ້ເພື່ອນຜູ້ອ່ານໄດ້ສຳຜັດ ບົດນີ້ແປ ແລະ ຮຽບຮຽງໂດຍ: ສຳນຽງ ເມກລັນພດອນ ຈາກສື່ອອຍລາຍ (ເວັບໄຊປະຊາຊົນ) ຂອງພັກຄອມມູນິດຈີນ, ເຊິ່ງມີເນື້ອໃນດັ່ງນີ້:

ຫຼາຍໆປະເທດກຳລັງເຈັບຫົວກັບບັນຫາການ ສໍ້ລາດບັງຫຼວງ, ຍ້ອນລະຫວ່າງຄຳວ່າ  “ການສໍ້ລາດບັງຫຼວງ” ກັບ  “ຄວາມອັນຕະລາຍ” ນັ້ນສາມາດທີ່ຈະໃຊ້ເຄື່ອງໝາຍ “ເທົ່າກັນ” ໄດ້, ບັນດາປະເທດທີ່ເກີດເຫດການຄວາມວຸ່ນວາຍສັບວົນທາງການເມືອງ ຈົນກ້າວໄປເຖິງສົງຄາມກາງເມືອງ ແລະ ເຖິງຂັ້ນຮ້າຍແຮງມີການແບ່ງແຍກດິນແດນ. ບໍ່ວ່າຈະເກີດມາຈາກສາເຫດໃດແດ່ກໍຕາມ ໜຶ່ງໃນນັ້ນແມ່ນບັນຫາການສໍ້ລາດບັງຫຼວງທີ່ເປັນປັດໄຈສຳຄັນໜຶ່ງແນ່ນອນ.  “ຄວາມອັນຕະລາຍທີ່ໃຫຍ່ທີ່ສຸດໃນສະເພາະໜ້າກໍຄືບັນຫາການສໍ້ລາດບັງຫຼວງ”  ມັນໄດ້ກາຍເປັນບັນຫາທີ່ແພ່ລາມ ແລະ ຮັບຮູ້ຢ່າງທົ່ວເຖິງກັນໃນສັງຄົມ.

ການສໍ້ລາດບັງຫຼວງ ແມ່ນໄພອັນຕະລາຍ, ແຕ່ມີສິ່ງທີ່ອັນຕະລາຍກວ່າການສໍ້ລາດບັງຫຼວງ ຫຼືບໍ່? ຄຳຕອບກໍຄື: ມີ ມັນກໍແມ່ນການບໍ່ຫົວຊາຕໍ່ພຶດຕິກຳການສໍ້ລາດບັງຫຼວງ ເປັນການສໍ້ລາດບັງຫຼວງ. ເຫດການຕົວຈິງຈາກຫຼາຍປະເທດໄດ້ສະແດງໃຫ້ເຫັນວ່າ ຜູ້ທີ່ໄດ້ກະທຳການສໍ້ລາດບັງຫຼວງ ເຖິງແມ່ນວ່າຈະຖືກຈັບຕົວເຂົ້າຄຸມຂັງແລ້ວກໍຕາມ ເຂົາເຈົ້າກໍຍັງຊອກຫາຄຳແກ້ຕົວຕ່າງໆນານາ, ທັ່ງໆທີ່ເປັນລາຍຮັບທີ່ໄດ້ມາບໍ່ຈະບໍ່ແຈ້ງທີ່ຖືກຈັດແບ່ງຢູ່ໃນລາຍຮັບມືດ ແຕ່ເຂົາເຈົ້າກໍຍັງເວົ້າວ່າ ມັນແມ່ນລາຍຮັບທີ່ຖືກຕ້ອງ ແລະ ສົມເຫດສົມຜົນ ທັ່ງໆທີ່ເປັນກາານກະທຳທີ່ຜິດລະບຽບກົດໝາຍ ເຂົາເຈົ້າກໍ່ເວົ້າວ່າມັນເປັນປະເພນີ, ຄວາມຊິນເຄີຍທີ່ປະຕິບັດກັນໂດຍທົ່ວໄປ. ຈົນວ່າມັນເປື່ອຍເຍື່ອຍໝົດແລ້ວ ແຕ່ເຂົາເຈົ້າກໍ່ຍັງຄິດວ່າແມ່ນ “ເຕົ້າຮູ້ເໝັນ” ກິນເໝັນ ແຕ່ ກິນແຊບ, ນອກນີ້ຍັງມີຄົນຈຳນວນໜຶ່ງຖືການສໍ້ລາດບັງຫຼວງທາງດ້ານເສດຖະກິດວ່າ ເປັນນການສໍ້ລາດບັງຫຼວງ ແຕ່ພັດບໍ່ຖືການກະທຳໃນແບບດຽວກັນທາງດ້ານການເມືອງນັ້ນຖືເປັນການສໍ້ລາດບັງຫຼວງ. “ການທີ່ບໍ່ຫົວຊາຕໍ່ພຶດຕິກຳສໍ້ລາດບັງຫຼວງ ແມ່ນການສໍ້ລາດບັງຫຼວງ” ນັ້ນບໍ່ພຽງແຕ່ບໍ່ເປັນຜົນດີຕໍ່ການສະກັດກັ້ນການສໍ້ລາດບັງຫຼວງ ແຕ່ມັນຫາກຍັງເປັນການສົ່ງເສີມເຮັດໃຫ້ສະພາບກາານສໍ້ລາດບັງຫຼວງນັ້ນແພ່ລາມອອກໄປ, ຈົນກາຍເປັນການສໍ້ລາດບັງຫຼວງທີ່ມີລັກສະນະຊຳເຮື້ອ.

ການບໍ່ຫົວຊາຕໍ່ພຶດຕິກຳສໍ້ລາດບັງຫຼວງແມ່ການສໍ້ລາດບັງຫຼວງ ມີຄວາມອັນຕະລາຍກວ່າ ສະນັ້ນ ມີ ຫຼື ບໍ່ມີສິ່ງທີ່ອັນຕະລາຍກວ່າມັນ? ຄວນທີ່ຈະຍອມຮັບວ່າ ມັນຕ້ອງມີຢ່າງແນ່ນອນ ແລະ ສິ່ງນັ້ນກໍຄື: ມີມາດຕະການປາບປາມການສໍ້ລາດບັງຫຼວງຢ່າງຄັກແນ່ ແຕ່ບໍ່ໃຊ້, ມີອຳນາດປາບປາມໃນມືແຕ່ບໍ່ກ້າໃຊ້ມັນ. ການທີ່ບໍ່ຖືພຶດຕິກຳສໍ້ລາດບັງຫຼວງເປັນກາານສໍ້ລາດບັງຫຼວງ ແມ່ນເວົ້າສະເພາະເຈະາຈົງພະນັກງານທີ່ໄດ້ມີການກະທຳການສໍ້ລາດບັງຫຼວງແລ້ວ ເມື່ອສົມທຽບເບິ່ງແລ້ວ ສິ່ງທີ່ຄວນໃຫ້ຄວາມສຳຄັນກວ່າ ລະແມ່ນ ເປັນຫຍັງຜູ້ຄົນທີ່ບໍ່ເຄີຍກະທຳການສໍ້ລາດບັງຫຼວງມາກ່ອນ ຈຶ່ງໄດ້ກາຍເປັນຄົນສໍ້ລາດບັງຫຼວງ.  ຄົນທີ່ທຳການສໍ້ລາດບັງຫຼວງ ໃນເບື້ອງຕົ້ນກໍເປັນຄົນດີ ແລະ ບາງຄົນກໍເປັນເຖິງພະນັງານທີ່ເຮັດວຽກງານປາບປາມການສໍ້ລາດບັງຫຼວງທີ່ເປັນແບບຢ່າງມາກ່ອນ, ດັ່ງນັ້ນໃນຂະນະທີ່ພວກເຮົາກ່າວຄຳວ່າ ລົງໂທດໃຫ້ໜັກ ຕໍ່ຜູ້ກະທຳຜິດ ກໍຄວນທີ່ຈະຄິດເສຍດາຍມັນ, ໃນຂະນະທີ່ຕັດສິນໃຈ ຈະບໍ່ປະນິປະນອມ ກັບມັນ ກໍບໍ່ຄວນທີ່ຈະ “ພໍອົກພໍໃຈຕໍ່ຜົນງານທີ່ຍາດມາໄດ້” ແລ້ວຢຸດນິ້ງ. ໃນສະພາວະປົກກະຕິທົ່ວໄປ ຈຳນວນຜູ້ຄົນທີ່ກະທຳຜິດສໍ້ລາດບັງຫຼວງກວມຈຳນວນປະຊາກອນທົ່ວປະເທດ ແລະ ກວມຈຳນວນພະນັກງານແມ່ນມີຕົວເລກໃນຂອບເຂດລະດັບໃດໜຶ່ງທີ່ແນ່ນອນ, ຖ້າຫາກຕົວເລກດັ່ງກ່າວນັ້ໜຫາກສູງກວ່າຄ່າປົກກະຕິ ກໍຈະຕ້ອງຊອກຫາສາເຫດຈາກກົງຈັກໂຄງບົນ ແລະ ຈະຕ້ອງກວດລອບຄືນສະພາບການນຳໃຊ້ບັນດາມາດຕະການ, ລະບຽບກົດໝາຍປາບປາມການສໍ້ລາດບັງຫຼວງວ່າເປັນຄືແນວໃດແລ້ວ.

ແມ່ນແຕ່ແມ່ເຖົ້າທີ່ກືກໜັງສື ກໍຍັງຮູ້ວ່າ ຄວນຈະເອົາເຄື່ອງນຸ່ງຫົ່ມອອກມາຕາກແດດກ່ອນທີ່ລະດູຝົນຫຼືລະດູໜາວຈະມາເຖິງ ຕ້ອງຕັ້ງຄຳຖາມວ່າ: ຕາກແດດເຮັດຫຍັງ? ຄຳຕອບກໍຄື ປ້ອງກັນບໍ່ໃຫ້ມັນຕົກໂໝກ. ບົດຮຽນທາງດ້ານປະຫວັດສາດຈາກຫຼາຍປະເທດທີ່ໄດ້ຮັບຜົນສຳເລັດໃນການສະກັດກັ້ນ ແລະ ປາບປາມບັນຫາການສໍ້ລາດບັງຫຼວງກໍຄື: ການສໍ້ລາດບັງຫຼວງແມ່ນຢ້ານກົວແສງສະຫວ່າງທີ່ສຸດ.

ແສງແດດບໍ່ສາມາດທີ່ຈະສ່ອງເຂົ້າຫ້ອງມືດໄດ້, ຢາກປ້ອງກັນບໍ່ໃຫ້ເກີດການຕົກໂໝກ ກໍຕ້ອງເຮັດໃຫ້ແສງແດດສາມາດສ່ອງເຂົ້າໄປເຖິງໄດ້. ເວົ້າສຳລັບພະນັກງານແລ້ວ ກໍແມ່ນເປີດເຜີຍລາຍຮັບ ແລະ ຊັບສິນຂອງຕົນເອງ, ການນຳ ແລະ ພະນັກງານໃນທຸກຕຳແໜ່ງງານຂອງພັກ-ລັດ ລ້ວນແລ້ວແຕ່ ເປັນຕຳແໜ່ງທີ່ສຳຄັນ ແລະ ຈຳເປັນ, ປະຊາຊົນອາດຈະບໍ່ເຫັນດີເຫັນພ້ອມ ນຳທັດສະນະແນວທາງຂອງລັດ, ແຕ່ສຸດທ້າຍແລ້ວກໍຍັງຕ້ອງໄດ້ໄປຕາມຄຳຕັດສິນຂອງພະນັກງາານລັດ, ຕາບໃດທີ່ທ່ານຍັງດຳລົງຕຳແໜ່ງຢູ່ ຜູ້ຄົນທົ່ວໄປຈະຕ້ອງໄດ້ໄປຕາມທ່ານ, ກໍຍ້ອນວ່າເທິງຫົວທ່ານມີມຸງກຸດແຫ່ງອຳນາດ, ດັ່ງນັ້ນ ທ່ານຈຶ່ງສົມຄວນທີ່ຈະຕ້ອງຖືກຕິດຕາມກວດກາຢ່າງເຂັ້ມງວດກວ່າຜູ້ອື່ນ.

ສະນັ້ນ ປະຊາຊົນມີສິດທີ່ຈະຕິດຕາມກວດກາຊັບສິນເງິນທອງໃນຄອບຄົວຂອງທ່ານ, ພະນັກງາານເປີດເຜີຍລາຍຮັບ ແມ່ນເປັນທີ່ຮັບຮູ້ກັນໃນສາກົນ ຍ້ອນວ່າເປັນຢາຂ້າພະຍາດສໍ້ລາດບັງຫຼວງທີ່ໄດ້ຮັບຜົນດີທີ່ສຸດ, ພະນັກງາານເປີດເຜີຍລາຍຮັບ ບໍ່ພຽງແຕ່ສາມາດຍົກສູງຄວາມສະເໝີພາບ ແລະ ຄວາມເປັນທຳຂອງລັດຖະບານເທົ່ານັ້ນ, ຫາກຍັງສາມາດຍົກສູງຊື່ສຽງບາລະມີຂອງກະໂຕພະນັກງານອີກດ້ວຍ ດັ່ງນັ້ນຈຶຶ່ງສະເໜີເປັນການແລກປ່ຽນນຳກັນ.