ສອງສາມປີຜ່ານມາຄືບົດຮຽນອັນຍິ່ງໃຫຍ່ ຕໍ່ວຽກງານປ້ອງກັນ ແລະ ແກ້ໄຂບັນຫາຖ້ວມຂັງຢູ່ນະຄອນຫລວງວຽງຈັນ

ໂດຍ: ທິດກໍ່າ

ໄລຍະສອງສາມປີຫລັງ ຢູ່ນະຄອນຫລວງວຽງຈັນຍັງມີຫລາຍຈຸດຫລາຍບ່ອນ ພໍຝົນເທລົງມາບໍ່ພໍຮອດ 10-20 ນາທີ ນໍ້າກໍລົ້ນຕະຄອງຮ່ອງນໍ້າຈົນກາຍເປັນແກ່ງຕາມຖະໜົນຫົນທາງ ແລະ ບາງຄັ້ງກໍຖ້ວມໄປຮອດຄຸ້ມບ້ານທີ່ຢູ່ໃນພື້ນທີ່ຕໍ່າ ໂດຍສະເພາະເສັ້ນທາງດອນຕິ້ວຫາທ່າງ່ອນ, ແຖວສີເກີດ, ໜອງແຕ່ງ ເລາະລົງມາຮອດສີໄຄ, ເມືອງວາ, ຂຸນຕາ, ເຂດທາງຮ່ອມຂ້າງຫໍວັດທະນະທຳ, ສີ່ແຍກໄຟແດງທາດຫລວງ. ພິເສດປີຜ່ານມາແມ່ນເສັ້ນທາງສີໄຄຫາທົ່ງປົ່ງມີຫລາຍຈຸດຕ້ອງໄດ້ລຸຍນໍ້າພຽງຫົວເຂົ່າ, ໜ້າແຄ່ງ, ລົດຈັກ, ລົດເກັງ ,ລົດຕ່ຳແມ່ນບໍ່ສາມາດສັນຈອນໄປມາໄດ້ກໍມີໃຫ້ເຫັນ ແລະ ທີ່ຮ້າຍແຮງກວ່ານັ້ນນ້ຳຝົນຍັງໄດ້ອັ່ງຖ້ວມເຂົ້າເຮືອນປະຊາຊົນຢູ່ເຂດດັ່ງກ່າວ. ແຕ່ມາດຽວນີ້ ນັບແຕ່ຂະແໜງການກ່ຽວຂ້ອງພະຍາຍາມແກ້ໄຂເລື່ອງຕະຄອງຮ່ອງນໍ້າກໍປາກົດວ່າ ຖ້າຝົນບໍ່ຕົກແຮງອີ່ຫລີ ນໍ້າມັນກໍບໍ່ໄດ້ຖ້ວມຂັງ. ສ່ວນວ່າຈຸດອື່ນໆນັ້ນຍັງມີລັກສະນະເໝືອນເດີມ ພໍຝົນເທລົງມາຍາມໃດກໍມີຫວັງໄດ້ລຸຍນໍ້າກ່ອນຈະເຖິງທີ່ຈັ້ງ.

ຫາກຕັ້ງໂຈດກັນວ່າ ເປັນຫຍັງຈຶ່ງເປັນສະພາບແບບນີ້ ? ຄໍາຕອບມັນກໍບໍ່ອື່ນໄກ ຄືອັນທີໜຶ່ງ ເສັ້ນທາງຫລາຍສາຍບໍ່ມີຮ່ອງລະບາຍນໍ້າ ຫລື ບາງເສັ້ນເຖິງວ່າມີຕະຄອງຮ່ອງນໍ້າ ແຕ່ທໍ່ມັນນ້ອຍບໍ່ໄດ້ມາດຕະຖານ ເວລາຝົນຕົກມານໍ້າລະບາຍບໍ່ທັນ, ຊໍ້າບໍ່ໜໍາ ມີຂີ້ດິນ ຫລື ຂີ້ເຫຍື້ອໄຫລມາອຸດຕັນ ນໍ້າບໍ່ມີບ່ອນລະບາຍມັນກໍເລີຍລົ້ນອັ່ງໄຫລໄປທົ່ວທີບ. ອີກສາເຫດໜຶ່ງ ໃນຍຸກພັດທະນາຄືສະໄໝນີ້ມີເຈົ້າຖົມຂ້ອຍຖົມອັດຕັນແລວນໍ້າ, ຫ້ວຍຮ່ອງຄອງບຶງ ແລະ ບ່ອນຕໍ່າ. ອີກປະການສຸດທ້າຍ ເຮົາເຫັນວ່າຢູ່ຕາມຫ້ວຍຮ່ອງຄອງບຶງໃຫຍ່ໆຢູ່ໃຈກາງນະຄອນຫລວງວຽງຈັນເຕັມໄປດ້ວຍຜັກຕົບ ພໍຝົນຕົກມານໍ້າມັນກໍໄຫລພໍເປັນອຶ້ງຕຶ້ງ. ມາຮອດປັດຈຸບັນ ຕາມສາຍຮ່ອງຄອງບຶງທີ່ກ່າວມານີ້ ຍັງບໍ່ທັນໄດ້ຮັບການແກ້ໄຂທັງໆທີ່ລະດູຝົນໄດ້ມາຮອດແລ້ວ. ຕໍ່ບັນຫານີ້ ຖ້າຈະຕັ້ງຄໍາຖາມຫາສາເຫດກໍອາດມີຄໍາຕອບວ່າຄານໍາງົບປະມານ ແລະ ລໍຖ້າຄຳຊີ້ນຳຈາກຂັ້ນເທິງຖັດໄປ ສຸດທ້າຍມັນກໍເປັນໄປຕາມຍະຖາກໍາ ແລະ ຕາມມີຕາມເກີດ.

ດັ່ງທີ່ຮູ້ກັນແລ້ວວ່າ ໃນຊ່ວງລະດູຝົນ ໂດຍສະເພາະໃນເວລາຝົນຕົກອາດກໍ່ໃຫ້ເກີດມີກໍລະນີຫລາຍຢ່າງທີ່ບໍ່ເພິ່ງປາດຖະໜາເຊັ່ນ: ເກີດມີນໍ້າສົກກະປົກຖ້ວມອັ່ງຂັງໃນຕົວເມືອງ, ເກີດອຸປະຕິເຫດໃນທ້ອງຖະໜົນ, ບັນຫາມີນໍ້າອັ່ງຂັງຕາມກະໂປະ, ກະປ໋ອງລາມໄປເຖິງມີປ່າຫຍ້າຮົກເຮື້ອ ອັນເປັນທີ່ມາຂອງຍຸງລາຍ ແລະ ການແພ່ລະບາດຂອງເຊື້ອພະຍາດອື່ນໆໃນຊ່ວງລະດູຝົນ.

ສະນັ້ນ, ເພື່ອເປັນການປ້ອງກັນສະກັດກັ້ນໄວ້ລ່ວງໜ້າຈາກໄພພິບັດ, ໂລຄາພະຍາດ ຂະແໜງການກ່ຽວຂ້ອງຕ້ອງໄດ້ທໍາການແກ້ໄຂໂດຍດ່ວນ ເປັນຕົ້ນລ້ວງຕະຄອງຮ່ອງນໍ້າໃຫ້ນໍ້າໄຫລສະດວກສະບາຍກ່ອນໄພອັນຕະລາຍຈາກນໍ້າຈະມາສ້າງຄວາມຫຍຸ້ງຍາກລໍາບາກໃນການໄປມາ ແລະ ກະທົບເຖິງຊີວິດການເປັນຢູ່.