ເມືອງພີນ ແຂວງສະຫວັນນະເຂດ ຍັງພົບການລັກຕັດໄມ້ ແລະ ເດືອນມິຖຸນາຢຶດໄດ້ 700 ແມັດກ້ອນ

ສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງພີນ ໄດ້ມີຄຳເຫັນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດຄັ້ງທີ 19 ສະໄໝທີ IX ໃນຄັ້ງວັນທີ 7-9 ກໍລະກົດ 2025 ວ່າ: ປັດຈຸບັນເມືອງພີນໄດ້ດໍາເນີນການຕ້ານ,ສະກັດກັ້ນ ຢ່າງເຂັ້ມງວດ ພາຍໃນໄລຍະ 1 ເດືອນຜ່ານມາ ສາມາດກວດຢຶດການລັກລອບຕັດໄມ້ ແລະ ອາຍັດໄມ້ເຖື່ອນໄດ້ 183 ທ່ອນ, ລວມບໍລິມາດທັງໝົດປະມານ 700 ແມັດກ້ອນ. ໄມ້ທີ່ຢຶດໄດ້ມີປະເພດໄມ້ຍາງ, ໄມ້ເປືອຍ, ໄມ້ແດງ, ໄມ້ແຄນຫີນ ແລະ ໄມ້ອື່ນໆ ໄດ້ເຮັດບົດບັນທຶກອາຍັດໄວ້ ແລະ ມອບໃຫ້ເຈົ້າໜ້າທີ່ເປັນຜູ້ຄຸ້ມຄອງຈົນກວ່າຈະໄດ້ຮັບການແກ້ໄຂ.

ນອກນັ້ນ, ທ່ານຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວເມືອງພີນໃຫ້ຢຸດຕິການຕັດໄມ້ທຳລາຍປ່າໂດຍບໍ່ໄດ້ຮັບອະນຸຍາດ, ຮຽກຮ້ອງມາຍັງອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຊ່ວຍເປັນຫູເປັນຕາ, ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ຖ້າພົບເຫັນການລັກລອບຕັດໄມ້ແມ່ນໃຫ້ແຈ້ງເຈົ້າໜ້າທີ່ ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງແມ່ນໄດ້ສຸມໃສ່ແກ້ໄຂບັນການລັກລອບຕັດໄມ້ຢ່າງເຂັ້ມງວດ, ຈະໄດ້ສືບຕໍ່ແກ້ໄຂໄປເລື້ອຍໆ ຈົນກວ່າບັນຫາຈະເບົາບາງລົງ ແລະ ໝົດໄປ.

ທີ່ມາ: ຖະແຫຼງຂ່າວ ເມືອງພີນ