ອົງຄະນະພັກກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ XI ສະໄໝທີ XI, ໃນວັນທີ 27 ທັນວາ 2022, ໂດຍການເປັນປະທານຂອງ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງ ປກສ, ເລຂາຄະນະພັກກົມໃຫຍ່ການເມືອງ, ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຮອງເລຂາຄະນະພັກ ແລະ ຄະນະບໍລິຫານງານພັກ ອ້ອມຂ້າງກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.
ພົຈວ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ, ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາ ຂອງຄະນະພັກກົມໃຫຍ່ການເມືອງ ປກສ ປະຈຳປີ 2022 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2023 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກົມໃຫຍ່ການເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອຂອງພັກ, ຂອງຊາດ, ຂອງກຳລັງປະກອບອາວຸດ; ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄຳສັ່ງ ເເລະ ເອກະສານຕ່າງໆ ເປັນຕົ້ນແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອຂອງພັກ, ຂອງຊາດ, ຂອງກຳລັງປະກອບອາວຸດ, ຖືເອົາຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງ ຕິດພັນກັບການເອົາໃຈໃສ່ໂຄສະນາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດດ້ວຍຫຼາຍຮູບການ.
ຄຽງຄູ່ກັບການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາ ຂອງການກໍ່ສ້າງພັກ ເຮັດໃຫ້ການຈັດຕັ້ງພັກ ເເລະ ສະມາຊິກພັກ ເຕີບໃຫຍ່ຂະຫຍາຍຕົວ, ເປັນແກນນໍາຢູ່ໃນລະບົບການເມືອງແຕ່ລະຂັ້ນ, ໂດຍຖືເອົາຄຸນນະພາບເປັນກົກ, ມາຮອດປັດຈຸບັນໄດ້ສຳເລັດຫຼາຍວຽກງານ ເປັນຕົ້ນ: ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ IV ສະໄໝທີ V ແລະ ສຳເລັດການຝຶກອົບຮົມວຽກງານພັກ, ວຽກງານການເມືອງ ໃຫ້ບັນດາຮາກຖານພັກອ້ອມຂ້າງກະຊວງ ເເລະ 4 ແຂວງພາກໃຕ້, ອອກມະຕິຕົກລົງ ວ່າດ້ວຍການ ໂອນໜ່ວຍພັກຮາກຖານກົມກວດກາ-ກວດການ ມາຂຶ້ນກັບອົງຄະນະພັກກົມໃຫຍ່, ອະນຸມັດຍົກຖານະໜ່ວຍພັກຮາກຖານກົມຕຳຫຼວດຈະລາຈອນ ແລະ ກົມໂຄສະນາອົບຮົມ ຂຶ້ນເປັນຄະນະພັກຮາກຖານ, ໄດ້ສຳເລັດການຄັດເລືອກໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022, ໄດ້ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະພັກ ທີ່ຂຶ້ນກັບບັນດາອົງຄະນະພັກກົມໃຫຍ່ ຈຳນວນ 116 ສະຫາຍ ພ້ອມນັ້ນຂະຫຍາຍມະຫາຊົນເຂົ້າພັກສຳຮອງ ຈຳນວນ 608 ສະຫາຍ ຍິງ 151 ສະຫາຍ, ເລື່ອນຂຶ້ນສົມບູນ ຈໍານວນ 591 ສະຫາຍ ຍິງ 152 ສະຫາຍ.
ນອກນີ້, ຄະນະພັກກົມໃຫຍ່ການເມືອງ ໄດ້ເພີ່ມທະວີວຽກງານປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນກໍາລັງ ປກສ ຮັບປະກັນເຮັດໃຫ້ພາຍໃນມີຄວາມປອດໃສ, ຕ້ານ ແລະ ສະກັດກັ້ນກົນອຸບາຍຂອງກຸ່ມຄົນບໍ່ດີຫວັງມ້າງເພໃນກຳລັງ, ໃນນີ້ໄດ້ຊຸກຍູ້ຜັນຂະຫຍາຍນິຕິກຳກ່ຽວກັບວຽກງານປ້ອງກັນກຳລັງໃຫ້ທົ່ວເຖິງຮາກຖານໃນຂົງເຂດຫຼໍ່ແຫຼມ; 1 ປີຜ່ານມາ, ໄດ້ຮັບຄຳຮ້ອງຟ້ອງ, ຮ້ອງທຸກ, ຂໍຄວາມເປັນທຳ ທັງໝົດ 293 ເລື່ອງ, ໃນນັ້ນແກ້ໄຂສໍາເລັດ 253 ເລື່ອງ, ພວມດຳເນີນ 15 ເລື່ອງ, ມອບໃຫ້ກົມກອງກ່ຽວຂ້ອງແກ້ໄຂ 25 ເລື່ອງ ແລະ ວຽກງານສຳຄັນອື່ນໆ.
ໃນຕໍ່ໜ້າ, ຄະນະພັກກົມໃຫຍ່ການເມືອງ ຈະສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດຢູ່ກົມໃຫຍ່ການເມືອງ ປກສ ໃຫ້ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງເລິກເຊິ່ງ, ເຮັດໃຫ້ສະມາຊິກພັກ, ນາຍ-ພົນຕຳຫຼວດມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ແໜ້ນແຟ້ນ,ຈັດຕັ້ງກວດກາແບບແຜນວິທີເຮັດວຽກຂອງນາຍ-ພົນຕໍາຫຼວດແຕ່ລະຂັ້ນ, ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍໃຫ້ບຸກຄົນຮັບຜິດຊອບ; ສືບຕໍ່ປັບປຸງການຈັດຕັ້ງ ໃຫ້ສອດຄ່ອງຕາມທິດຊີ້ນຳຂອງຂັ້ນເທິງ ແລະ ສູ້ຊົນແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງ.