ແຂວງຄໍາມ່ວນ ກວດກາ ຮ້ານໃຫ້ບໍລິການອິນເຕີເນັດ, ເຊີເກມ ຕາມຄຳສັ່ງໃຫ້ຢຸດຕິຢ່າງເດັດຂາດ ບໍ່ກາຍ 15 ກໍລະກົດ 2025

ຂ່າວແຂວງຄໍາມ່ວນ ລາຍງານວ່າ: ໃນລະຫວ່າງວັນທີ 8-12 ກໍລະກົດ 2025 ຜ່ານມານີ້, ຄະນະສະເພາະກິດໄດ້ລົງເຄື່ອນໄຫວ, ຕິດຕາມກວດກາ ຮ້ານໃຫ້ບໍລິການອິນເຕີເນັດກາເຟ, ຮ້ານຂາຍເຊີເກມຮູບແບບການພະນັນຕ່າງໆຂອງແຂວງ ໂດຍໄດ້ແຈ້ງໃຫ້ຢຸດຕິການບໍລິການ ທົ່ວເມືອງທ່າແຂກ ແຂວງຄໍາມ່ວນ.

ໃນການລົງຈັດຕັ້ງປະຕິບັດ ແມ່ນແບ່ງເປັນ 2 ກຸ່ມ ຄື:

  • ກຸ່ມທີໜຶ່ງ: ແມ່ນໄດ້ລົງປະສານກັບ ປກສ ກຸ່ມບ້ານ ທົ່ວເມືອງທ່າແຂກ ໃຫ້ຊ່ວຍເຜີຍແຜ່ຄໍາສັ່ງແນະນໍາວ່າດ້ວຍການຢຸດຕິການບໍລິການດໍາເນີນທຸລະກິດຮ້ານອິນເຕີເນັດກາເຟ, ຮ້ານຂາຍເຊີເກມຮູບແບບການພະນັນອອນລາຍ ໃນທົ່ວແຂວງຄໍາມ່ວນ ສະບັບເລກທີ 03/ຈຂ, ລົງວັນທີ 01 ກໍລະກົດ 2025 ໃຫ້ອໍານາດການປົກຄອງບ້ານຮັບຊາບ ແລະ ໃຫ້ບ້ານຊ່ວຍແຈ້ງປະຊາຊົນໃນບ້ານຮັບຊາບ, ພ້ອມນັ້ນກໍ່ໃຫ້ຊວຍຕິດຕາມຮ້ານອິນເຕີເນັດກາເຟ, ຮ້ານຂາຍເຊີເກມຮູບແບບການພະນັນອອນລາຍ.
  • ກຸ່ມທີສອງ: ແມ່ນນໍາຄໍາສັ່ງແນະນໍາ ສະບັບເລກທີ 03/ຈຂ, ລົງວັນທີ 01 ກໍລະກົດ 2025 ລົງແຈ້ງບັນດາຮ້ານອິນເຕີເນັດກາເຟ, ຮ້ານຂາຍເຊີເກມຮູບແບບການພະນັນອອນລາຍທົ່ວເມືອງທ່າແຂກ ໃຫ້ຮັບຊາບ ແລະ ໃຫ້ຢຸດຕິການບໍລິການຢ່າງຂາດໂຕຫລັງຈາກວັນທີ 15 ກໍລະກົດ 2025 ເປັນຕົ້ນໄປ.

ທີ່ມາ: Khammouane News