ສາເຫດ ແລະ ແຜນການແກ້ໄຂ ບັນຫານໍ້າຖ້ວມຂັງໃນຕົວເມືອງ ນະຄອນຫລວງວຽງຈັນ ໃນໄລຍະລະດູຝົນ

ວັນທີ 8 ກໍລະກົດ 2025 ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ກ່ຽວກັບວິທີການແກ້ໄຂບັນຫານໍ້າຖ້ວມຂັງ ພາຍໃນຕົວເມືອງ ນະຄອນຫລວງວຽງຈັນວ່າ: ສາເຫດ ທີ່ພາໃຫ້ເກີດນໍ້າຖ້ວມຂັງໃນຕົວເມືອງ ນະຄອນຫລວງວຽງຈັນ ໃນລະດູຝົນ ແມ່ນເກີດຈາກຫລາຍປັດໄຈ ເປັນຕົ້ນ:
- ຮ່ອງລະບາຍນໍ້າແຄມທາງ ມີຂະໜາດນ້ອຍ, ການອອກແບບ ແລະ ກໍ່ສ້າງຮອງຮັບສະເພາະການລະບາຍນໍ້າໜ້າທາງ, ທາງນໍ້າໄຫລ, ຂຸມພັກນໍ້າ ມີການອຸດຕັນຈາກຕະກອນ, ຂີ້ເຫຍື້ອ.
- ການອະນາໄມລວງຮ່ອງນ້ຳ ບໍ່ໄດ້ເຮັດເປັນປົກກະຕິ ຍ້ອນຂາດຫລາຍປັດໄຈ ເຊັ່ນ: ງົບປະມານທີ່ມີຈໍາກັດ, ຍັງຂາດເຄື່ອງມືໃນການດູດຂີ້ດິນຕາມເສັ້ນທາງ.
- ການຄຸ້ມຄອງການຂົນດິນ ທີ່ຕົກເຮ່ຍໃສ່ເສັ້ນທາງຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ບາງເສັ້ນທາງຍັງເປັນທາງດິນແດງ ເວລາລົດຢຽບດິນຕົມອອກມາໃສ່ທາງໃຫຍ່ ແລະ ການມີສ່ວນຮ່ວມຂອງປະຊາຊົນ ແລະ ສັງຄົມ ທີ່ອາໄສຕາມແຄມທາງ ຍັງມີໜ້ອຍ ແລະ ບັນຫາອື່ນໆ.
- ຮ່ອງລະບາຍນໍ້າສາຍຫລັກ ໄດ້ຖືກກໍ່ສ້າງພຽງສ່ວນໜຶ່ງຂອງຕົວເມືອງ ມີ 21 ຮ່ອງ, ຄວາມຍາວ 41 ກິໂລແມັດ ເຊິ່ງໄດ້ກໍ່ສ້າງມາເປັນເວລາ 20 ກວ່າປີແລ້ວ, ບາງບ່ອນກໍເປ່ເພ, ມີຜັກຕົບ, ພືດນໍ້າ, ຂີ້ເຫຍື້ອອຸດຕັນກີດຂວາງການໄຫລຂອງນໍ້າ. ນອກນັ້ນ, ຍັງມີຫລາຍຮ່ອງ ທີ່ເປັນຮ່ອງນໍ້າທໍາມະຊາດ ຍັງບໍ່ໄດ້ມີການກໍ່ສ້າງໃຫ້ເປັນລະບົບ ຈໍານວນ 73 ຮ່ອງ, ຄວາມຍາວ 135 ກິໂລແມັດ ເຊິ່ງບາງບ່ອນໄດ້ມີປະຊາຊົນ ບຸກລຸກເອົາຮ່ອງ, ຖົມດິນ, ປຸກສ້າງກີດຂວາງທາງໄຫລຂອງນໍ້າ.
- ການເພີ່ມຂຶ້ນຂອງປະຊາກອນ ແລະ ການພັດທະນາທີ່ຢູ່ອາໄສ ທີ່ບຽດຍຶດບຸກລຸກເອົາຮ່ອງລະບາຍນໍ້າ, ມີການສ້າງສິ່ງກີດຂວາງການລະບາຍນໍ້າ, ການປິດຮ່ອງລະບາຍນໍ້າ ລວມເຖິງການປ່ຽນແປງດິນຟ້າອາກາດ, ປະລິມານ ນໍ້າຝົນເພີ່ມສູງຂຶ້ນ, ຫລາຍເກີນການຄິດໄລ່ອອກແບບລະບົບຮ່ອງລະບາຍນໍ້າໃນເບື້ອງຕົ້ນ.
- ອ່າງພັກນໍ້າ ທີ່ເປັນບຶງ, ໜອງທໍາມະຊາດ ໃນເມື່ອກ່ອນ ແລະ ດິນໜອງຂອງປະຊາຊົນ ໄດ້ຖືກພັດທະນາ ມີການຖົມ ເຮັດໃຫ້ບໍ່ມີບ່ອນພັກນໍ້າ ຫລື ອ່າງໂຕ່ງພັກນໍ້າ, ເວລາຝົນຕົກແຮງແມ່ນລະບາຍລົງຮ່ອງນໍ້າແຄມທາງ, ຮ່ອງນໍ້າສາຍຫລັກ ເຊິ່ງບໍ່ສາມາດຮອງຮັບປະລິມານນໍ້າຫລາຍໄດ້ ເຮັດໃຫ້ນໍ້າໄຫລບໍ່ທັນ ຍູ້ຂຶ້ນຖ້ວມຂັງ ບາງພື້ນທີ່ທີ່ຕໍ່າ, ຮ່ອງຕື້ນເຂີນຂາດການບູລະນະຢ່າງເປັນລະບົບ.
ສຳລັບແຜນການແກ້ໄຂໃນສະເພາະໜ້າ:
- ຂະແໜງການກ່ຽວຂ້ອງ ຈະອະນາໄມລ້ວງຮ່ອງລະບາຍ ນໍ້າແຄມທາງ ຈຸດທີ່ມີນໍ້າຖ້ວມຂັງ, ຈຸດຄວາມສ່ຽງ 71 ຈຸດ ໂດຍໄດ້ມອບໃຫ້ ຫ້ອງການ ຍທຂ ເມືອງ ເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດໂຄງການ 61 ຈຸດ ແລະ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ປະຕິບັດ 10 ຈຸດ ເຊິ່ງໄດ້ເລີ່ມລົງມື ໃນເດືອນກໍລະກົດ 2025 ໂດຍໄດ້ອະນາໄມລວງຮ່ອງລະບາຍນໍ້າແຄມທາງ, ຮ່ອງດິນ ແລະ ວາງທໍ່ບາງຈຸດ ເພື່ອລະບາຍນໍ້າໃຫ້ໄຫລສະດວກ ຈາກຈຸດທີ່ມີນໍ້າຖ້ວມຂັງ ເຊັ່ນ: ບ້ານພະຂາວ ເມືອງໄຊທານີ, ບ້ານດອນປ່າໃໝ່ ເມືອງສີສັດຕະນາກ, ບ້ານສາລາຄໍາໃຕ້ ເມືອງຫາດຊາຍຟອງ, ບ້ານໜອງບອນ, ບ້ານວຽງຈະເລີນ ເມືອງໄຊເສດຖາ, ໄຟແດງດົງໂດກ-ຖະໜົນ 450 ປີ, ໄຟແດງທາດຫລວງ ແລະ ຕາມຖະໜົນສາຍສໍາຄັນ ທີ່ມີນໍ້າຖ້ວມຂັງ ບາງເຂດ-ບາງບ້ານ ຈໍານວນໜຶ່ງ.
- ອະນາໄມຜັກຕົບ, ພືດນໍ້າ, ຂີ້ເຫຍື້ອ ອອກຈາກຮ່ອງລະບາຍນໍ້າສາຍຫລັກ ແລະ ເຂດຄອງນໍ້າວຽງຈັນ ເພື່ອບໍ່ໃຫ້ມີສິ່ງກີດຂວາງການໄຫລຂອງນໍ້າ ຢ່າງເປັນລະບົບ.
- ຄຸ້ມຄອງການຖົມດິນ, ປຸກສ້າງໃຫ້ເຂົ້າສູ່ລະບຽບການຢ່າງເຂັ້ມງວດ ໂດຍມີການແຕ່ງຕັ້ງຄະນະສະເພາະກິດ ຮ່ວມເຮັດວຽກກັບພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນ ແລະ ສ້າງໃຫ້ຜູ້ປະກອບການຖົມດິນເຂົ້າໃຈບັນຫາ ລວມໄປເຖິງລະບຽບການ, ມາດຕະການຕໍ່ຜູ້ລະເມີດ ແລະ ມີການຄໍ້າປະກັນເປັນເງິນ ກ່ອນການອອກອະນຸຍາດ ເພື່ອໃຫ້ມີແຫລ່ງທຶນໃນການຮື້ມ້າງ, ລ້າງທາງ, ອະນາໄມລວງຮ່ອງລະບາຍນໍ້າ ແລະ ອື່ນໆ.
ສ່ວນແຜນການໄລຍະຍາວ:
- ຈະສ້າງລະບົບແຜນທີ່ການລະບາຍນໍ້າ ໃນຕົວເມືອງໃຫ້ລະອຽດຊັດເຈນ ພ້ອມທັງລົງສຳຫລວດບັນຫາການປຸກລຸກປຸກສ້າງ, ຖົມດິນ ກວມຮ່ອງລະບາຍນໍ້າ ກວມເອົາເຂດສະຫງວນຮ່ອງລະບາຍນໍ້າ ເພື່ອແຍກໃຫ້ເຫັນວ່າບັນຫາລະອຽດ ແລະ ຈະແຈ້ງ ພາກລັດ ແລະ ພາກເອກະຊົນ ເຮັດຜິດລະບຽບຈັກກໍລະນີ, ປະຊາຊົນບຸກລຸກຈັກກໍລະນີ ເພື່ອຂຶ້ນແຜນງົບປະມານມາດໍາເນີນການກໍ່ສ້າງຮ່ອງລະບາຍນໍ້າ ໃນແຕ່ລະໄລຍະ ໃຫ້ເປັນລະບົບຄົບຊຸດ.
- ສົມທົບກັບບັນດາກະຊວງ ໂດຍສະເພາະ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍຊ່ຽວຊານໂຄງ ການມາຊ່ວຍຝຶກອົບຮົມທາງດ້ານວິຊາການ ມາຄິດໄລ່, ວິເຄາະຄືນ ການລະບາຍນໍ້າໃນຕົວເມືອງໃຫ້ລະອຽດ ແລະ ເປັນວິທະຍາສາດ ມີການຄິດໄລ່ຄືນລະບົບຮ່ອງລະບາຍນໍ້າທີ່ມີຢູ່ໃນປັດຈຸບັນ ແລະ ສະເໜີ ຂໍງົບປະມານຈາກ ອົງການຈັດຕັ້ງສາກົນຕ່າງໆ ແລະ ງົບປະມານລົງທຶນຂອງລັດ ມາປັບປຸງກໍ່ສ້າງຂະ ຫຍາຍທໍ່, ຮ່ອງນໍ້າທີ່ມີຢູ່ແລ້ວໃຫ້ໃຫຍ່ຂຶ້ນ ເພື່ອແກ້ໄຂບັນຫານໍ້າຖ້ວມຂັງ ຢູ່ນະຄອນຫລວງວຽງຈັນ ເພາະບັນຫາດັ່ງກ່າວ ແມ່ນມີຄວາມຮຸນແຮງຂຶ້ນເລື້ອຍໆໃນແຕ່ລະປີ.

