ຈູດຂີ້ເຫຍື້ອຊະຊາຍ ຈະຖືກປັບໃໝ 1 ແສນກີບ ຫາ 10 ລ້ານກີບ ຖີ້ມຂີ້ເຫຍື້ອຊະຊາຍ ຈະຖືກປັບໃໝ 1 ແສນກີບ ຫາ 100 ລ້ານກີບ

ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະ ຄອນຫລວງວຽງຈັນຊຸດທີ II ໃນວັນທີ 10 ກໍລະກົດ 2025 ວ່າ: ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍລັດຖະທຳມະນູນ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ມະຕິວ່າດ້ວຍການພັດທະນານະຄອນຫລວງວຽງຈັນໃນໄລຍະໃໝ່ ແຜນພັດທະນາເສດຖະກິດ-ສັງຄົມ ນະຄອນຫລວງວຽງຈັນ ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ແຜນຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງສໍາລັບ ນະຄອນຫລວງວຽງຈັນ ຮອດປີ 2030 ສະນັ້ນ ສ້າງນິຕິກຳທີ່ເປັນອັນສະເພາະສໍາລັບວຽກງານການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອແນໃສ່ປົກປັກຮັກສາສິ່ງແວດລ້ອມໃນຕົວເມືອງຕາມນະໂຍບາຍ 6 “ສ” ເພື່ອໃຫ້ບັນລຸວິໄສທັດ “ນະຄອນຫລວງວຽງຈັນ ມີຄວາມສະອາດ ສີຂຽວ ແລະ ໜ້າຢູ່” ຊຸກຍູ້ໃຫ້ສັງຄົມທຸກພາກສ່ວນມີສ່ວນຮ່ວມໃນວຽກງານຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ປົກປ້ອງສິດຜົນປະໂຫຍດຄວາມເປັນທຳລະຫວ່າງຜູ້ໃຊ້ບໍລິການ ແລະ ພາກ ສ່ວນໃຫ້ບໍລິການເກັບມ້ຽນຂົນສົ່ງຂີ້ເຫຍື້ອ ຊຸກຍູ້ ແລະ ສົ່ງເສີມການລົງທຶນເຂົ້າໃສ່ວຽການການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃຫ້ຫລາຍຂຶ້ນ.
ສຳລັບຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫລວງວຽງໄດ້ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການຖີ້ມຂີ້ເຫຍື້ອຄື: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຖິ້ມຂີ້ເຫຍື້ອບໍ່ຖືກຈຸດ (ຖິ້ມຊະຊາຍ) ທີ່ລະບຸໄວ້ໃນ ມາດຕາ 30 ເຊິ່ງອັດຕາການປັບໃໝແມ່ນຄິດຕາມປະລິມານຂີ້ເຫຍື້ອເຊັ່ນ: ປະລິມານຕໍ່າກວ່າ 1 ກິໂລລົງມາຈະຖືກປັບໃໝ 100,000 ກີບຕໍ່ຄັ້ງ, ກໍລະນີຖີ້ມຂີ້ເຫຍື້ອປະລິມານເກີນ 1 ກິໂລ ຫາ 10 ກິໂລຈະຖືກປັບໃໝ 600,000 ກີບຕໍ່ຄັ້ງ, ກໍລະນີຖີ້ມຂີ້ເຫຍື້ອປະລິມານເກີນ 10 ກິໂລ ຫາ 50 ກິໂລ ຈະຖືກປັບໃໝ 1,000,000 ກີບຕໍ່ຄັ້ງ, ກໍລະນີຖີ້ມຂີ້ເຫຍື້ອປະລິມານກີນ 50 ກິໂລ ຫາ 100 ກິໂລ ຈະຖືກປັບໃໝ 2,000,000 ກີບຕໍ່ຄັ້ງ, ກໍລະນີຖີ້ມຂີ້ເຫຍື້ອປະລິມານເກີນ 100 ກິໂລ ຫາ 1,000 ກິໂລຈະຖືກປັບໃໝ 20,000,000 ກີບຕໍ່ຄັ້ງ, ກໍລະນີຖີ້ມຂີ້ເຫຍື້ອປະລິມານເກີນ 1,000 ກິໂລຂຶ້ນໄປຈະຖືກປັບໃໝ 100,000,000 ກີບຕໍ່ຄັ້ງ.
ໃນນີ້ບໍ່ລວມຄ່າໃຊ້ຈ່າຍສໍາລັບການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອເພື່ອນໍາໄປກຳຈັດຂີ້ເຫຍື້ອຢ່າງຖືກວິທີຢູ່ສະໜາມກຳຈັດຂີ້ເຫຍື້ອທີ່ລັດໄດ້ກຳນົດໄວ້ເຊິ່ງຜູ້ລະເມີດຈະຕ້ອງຮັບຜິດຊອບຈ່າຍທັງໝົດ ຖ້າບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ມີເຈດຕະນານໍາເອົາຂີ້ເຫຍື້ອຂອງຕົນມາຖິ້ມໃສ່ຖັງຂີ້ເຫຍື້ອຕາມສະຖານທີ່ສາທາລະນະກໍຈະຖືກປັບໃໝ, ຖ້າບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຈູດຂີ້ເຫຍື້ອ ຈູດປ່າ ຈູດທົ່ງນາ-ຮົ້ວສວນຊະຊາຍຈະຖືກປັບໃໝ 1,000,000 ຫາ 10,000,000 ກີບຕໍ່ຄັ້ງ.

