ປີ 2023 ຂະແໜງກະສິກໍາ ແລະ ປ່າໄມ້ ວາງຄາດໝາຍປ່ອຍປາ-ສັດນໍ້າ-ສັດປ່າ ໃຫ້ໄດ້ 62 ລ້ານໂຕ

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 7 ກໍລະກົດ 2023 ນີ້ວ່າ: ໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ 2023 ນີ້ ໂດຍມີແຜນຈະປ່ອຍປາ ແລະ ສັດນໍ້າໃຫ້ໄດ້ທັງໝົດ 62 ລ້ານໂຕ ເພື່ອຄືນຄວາມອຸດົມສົມບູນຂອງສັດນໍ້າ ແລະ ສັດປ່າ ສູ່ທໍາມະຊາດ,ປົກປັກຮັກສາລະບົບນິເວດ ໃຫ້ມີຄວາມສົມດູນ ແລະ ຍືນຍົງ.
ໃນປີຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ, ມີປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການ ລວມທັງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ, ແນວພັນສັດນໍ້າ ແລະ ສັດປ່າ ຢ່າງເປັນຂະບວນຟົດຟື້ນ ຊຶ່ງຈໍານວນປາ ແລະ ສັດນໍ້າທີ່ໄດ້ປ່ອຍທັງໝົດ 61,3 ລ້ານໂຕ, ພ້ອມທັງປ່ອຍສັດປ່າ ປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆຄືນສູ່ທໍາມະຊາດຈໍານວນ 200 ກວ່າໂຕ ແລະ ໃນປີນີ້, ຄາດໝາຍແມ່ນຈະ ປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 62 ລ້ານໂຕ.
ປັດຈຸບັນ, ທົ່ວປະເທດມີສູນ, ສະຖານີຜະລິດລູກປາຂອງລັດ 53 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນ ຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 352 ແຫ່ງ, ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ ຈໍານວນ 383 ລ້ານໂຕ (ສະໜອງໄດ້ 72% ຂອງແຜນການ), ມີຟາມລ້ຽງສັດປ່າ, ສູນຂະຫຍາຍພັນສັດປ່າ ຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນຄວ້າທົດລອງລ້ຽງ ແລະ ຂະຫຍາຍພັນ ສັດປ່າ ແລະ ປາພື້ນເມືອງໄດ້ຫລາຍຊະນິດ, ທົ່ວປະເທດມີວັງສະຫງວນປາ ຈໍານວນ 1.050 ກວ່າວັງ. ໃນນັ້ນ, ມີຄະນະຄຸ້ມຄອງວັງສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນສັດປ່າແຫ່ງຊາດ 1 ເຂດ.
ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນ ສິນໃນນໍ້າ, ມີຊະນິດພັນສັດປ່າ ຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດ ໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດປ່າຊະນິດອື່ນໆ ຊຶ່ງມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມ ສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າ ຂອງຊາດລາວເຮົາ, ດັ່ງນັ້ນທຸກພາກສ່ວນໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ເຂົ້າໃສ່ການພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາ ສັດນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດ ຂອງຊາດໃຫ້ຊົມໃຊ້ແບບຍືນຍົງ.
ວັນທີ 13 ກໍລະກົດ ພັກ ແລະ ລັດຖະບານ ໄດ້ກໍານົດເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ເຊິ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ແມ່ນຄົບຮອບ 26 ປີ. ໃນແຕ່ລະປີພວກເຮົາກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄື ທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກສັດນໍ້າ-ສັດປ່າ ແນໃສ່ເພີ່ມຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດ ປົກປັກຮັກສາລະບົບນິເວດ ໃຫ້ມີຄວາມສົມດູນ ແລະ ຍືນຍົງ. ພ້ອມນີ້, ກໍເພື່ອຈາລຶກບຸນຄຸນ ຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.

