ທ່ານ ທຣໍາ ຢືນຢັນ ບໍ່ຂະຫຍາຍເສັ້ນຕາຍຂຶ້ນພາສີທົ່ວໂລກ 1 ສິງຫາ

ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ໂພສຂໍ້ຄວາມຜ່ານ Truth Social ຢືນຢັນວ່າ: ຈະບໍ່ຂະຫຍາຍກໍານົດເສັ້ນຕາຍສໍາລັບການເພີ່ມອັດຕາພາສີອາກອນຂອງອາເມລິກາທີ່ຈະມີຜົນບັງຄັບໃຊ້ກັບຄູ່ຄ້າຫລາຍປະເທດ ລວມທັງລາວ ໃນວັນທີ 1 ສິງຫານີ້.
“ຕາມຈົດໝາຍທີ່ສົ່ງເຖິງປະເທດຕ່າງໆໃນວັນທີ 8 ກໍລະກົດ ເພີ່ມຕື່ມເຖິງຈົດໝາຍທີ່ສົ່ງໃນວັນທີ 9 ແລະ 10 ກໍລະກົດ ແລະ ໃນໄລຍະສັ້ນໆຕໍ່ຈາກນີ້ ພາສີອາກອນຈະເລີ່ມຕົ້ນຊໍາລະໃນວັນທີ 1 ສິງຫາ 2025 ຍັງບໍ່ມີການປ່ຽນແປງໃດໆຈົນຮອດວັນທີດັ່ງກ່າວ ແລະ ຈະບໍ່ມີການປ່ຽນແປງໃດໆອີກ. ເງິນທັງໝົດຈະຄົບກໍານົດຊໍາລະນັບແຕ່ວັນທີ 1 ສິງຫາ 2025 ເປັນຕົ້ນໄປ ແລະ ຈະບໍ່ມີການຕໍ່ອາຍຸໃດໆ”. ທ່ານ ທຣໍາ ລະບຸ.
ທັງນີ້, ທ່ານ ທຣໍາ ໄດ້ເລື່ອນກໍານົດເສັ້ນຕາຍໃນການບັງຄັບໃຊ້ມາດຕະການພາສີຕອບໂຕ້ຈາກວັນທີ 9 ກໍລະກົດ ມາເປັນວັນທີ 1 ສິງຫາ ໂດຍເປີດໂອກາດໃຫ້ປະເທດຄູ່ຄ້າຕ່າງໆ ລວມທັງລາວ ເລັ່ງເຈລະຈາຂໍ້ຕົກລົງການຄ້າກັບອາເມລິກາໃນໄລຍະເວລາກ່ອນພາສີຕອບໂຕ້ຈະບັງຄັບໃຊ້.
ຂະນະທີ່ທ່າທີຫລ້າສຸດຂອງທ່ານມີຂຶ້ນຫລັງຈາກທ່ານ ທຣໍາ ໄດ້ກ່າວຕໍ່ນັກຂ່າວກ່ອນໜ້ານີ້ວ່າ: ກໍານົດເສັ້ນຕາຍວັນທີ 1 ສິງຫານັ້ນ “ແນ່ນອນ” ແຕ່ “ຍັງບໍ່ແນ່ນອນ 100%”.
ໂດຍທ່ານຊີ້ວ່າ: ຂໍ້ສະເໜີໃນຈົດໝາຍທີ່ສົ່ງເຖິງ 14 ປະເທດ ລວມທັງລາວນັ້ນອາດຈະເປັນຂໍ້ສະເໜີສຸດທ້າຍ, ແຕ່ຖ້າປະເທດຕ່າງໆຍື່ນຂໍ້ສະເໜີອື່ນ ແລະ ທ່ານມັກ ອາດຈະຕົກລົງກັນໄດ້.
ອ້າງອີງ:

