ອິດສະລາແອນຍິງປືນໃຫຍ່ຖະຫລົ່ມ ຖານທີ່ໝັ້ນກຸ່ມຮາມັດຢູ່ເຂດກາຊາ

ກອງທັບອິດສະລາແອນຍິງປືນໃຫຍ່ໂຈມຕີຖານທີ່ໝັ້ນຂອງກຸ່ມຮາມັດຢູ່ເຂດກາຊາ ຕອບໂຕ້ອີກຝ່າຍພະຍາຍາມຍິງຈະຫລວດຂ້າມຊາຍແດນ.
The IDF holds Hamas responsible for any terror activity perpetrated against Israel from the Gaza Strip.
— Israel Defense Forces (@IDF) October 8, 2017
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຢຣູຊາເລມ ປະເທດອິດສະລາແອນ ໃນວັນທີ 9 ຕຸລາວ່າ: ກອງກຳລັງປ້ອງກັນຕົນເອງຂອງອິດສະລາແອນ (IDF) ອອກຖະແຫລງການວ່າ: ໄດ້ຍິງປືນໃຫຍ່ໂຈມຕີຖານທີ່ໝັ້ນຂອງກຸ່ມຮາມັດ ໃນບໍລິເວນເຂດກາຊາ ໃນຄືນວັນທີ 8 ຕຸລາ, ພາຍຫລັງກຸ່ມຫົວຮຸນແຮງເຊິ່ງປົກຄອງປາແລັສຕິນພະຍາຍາມຍິງຈະຫລວດຂ້າມຊາຍແດນ ຈຶ່ງຈຳເປັນຕ້ອງມີການຕອບໂຕ້. ເຖິງຢ່າງໃດກໍຕາມ ຍັງບໍ່ມີລາຍງານພົບຜູ້ເສຍຊີວິດ ຫລື ໄດ້ຮັບບາດເຈັບ ຈາກເຫດການໂຈມຕີໂດຍຝີມືຂອງທັງສອງຝ່າຍ.
ທັງນີ້ ອິດສະລາແອນ ແລະ ກຸ່ມຮາມັດ ເຮັດສົງຄາມກັນຕໍ່ເນື່ອງມາແຕ່ປີ 2008 ຫລື 1 ປີຫລັງກຸ່ມຮາມັດປົກຄອງເຂດກາຊາ ສົ່ງຜົນໃຫ້ລັດຖະບານປາແລັສຕິນພາຍໃຕ້ການນຳຂອງພັກຟາຕາຕ້ອງຍ້າຍຖິ່ນຖານໄປເຂດເວສແບງ, ຂະນະທີ່ກອງທັບອິດສະລາແອນໂຈມຕີເຂດກາຊາຄັ້ງໃຫຍ່ທີ່ສຸດໃນປີ 2014 ເພື່ອຕອບໂຕ້ກຸ່ມຮາມັດລັກພາຕົວຊາວຢິວ 3 ຄົນ ເຊິ່ງຜົນຂອງການສູ້ຮົບໃນຄັ້ງນັ້ນເຮັດໃຫ້ມີພົນລະເຮືອນປາແລັສຕິນເສຍຊີວິດເກືອບ 1.500 ຄົນ, ທະຫານອິດສະລາແອນເສຍຊີວິດ 67 ຄົນ ແລະ ສະມາຊິກກຸ່ມຮາມັດເສຍຊີວິດຢ່າງໜ້ອຍ 789 ຄົນ ຕາມການຕີລາຄາຂອງສະຫະປະຊາຊາດ (UN).

