ສະພາແຫ່ງຊາດ ລົງມະຕິໃຫ້ຢຸດຕິໂຄງການລົງທຶນສຳຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຕາສຢູ່ະຄອນຫຼວງວຽງຈັນ

ວັນທີ 1 ກໍລະກົດ 2025 ນີ້ ຄະນະປະຈຳປະຈຳສະພາແຫ່ງຊາດ ມີມະຕິເລກທີ 182/ຄປຈ ວ່າດ້ວຍການພິຈາລະນາໂຄງການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ ຢູ່ນະຄອນຫຼວງວຽງຈັນ ຄື:
ຜ່ານການຄົ້ນຄວ້າ ພິຈາລະນາ ຢ່າງເລິກເຊິ່ງ ແລະ ຖີ່ຖ້ວນ ຕໍ່ໜັງສືສະເໜີ ຂອງຄະນະປະຈຳສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນ ສິງຫາ 2024 ຄັ້ງວັນທີ 03 ກັນຍາ 2024 ແລະ ບົດລາຍງານ ຜົນການຕິດຕາມກວດກາ ຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄງການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ ຢູ່ນະຄອນຫຼວງວຽງ ຈັນ ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມັງກອນ 2025 ຄັ້ງວັນທີ 3-4 ກຸມພາ 2025 ແລະ ການເກີດມີປາກົດການດິນແຕກແຫງ, ດິນຍຸບ ໄດ້ສ້າງຄວາມເສຍຫາຍແກ່ຊັບສິນ, ບ້ານເຮືອນທີ່ຢູ່ອາໄສ, ດິນທຳການ ຜະລິດ ຂອງປະຊາຊົນ ຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 01 ມິຖຸນາ 2025 ແລະ ໃນ ອະນາຄົດ ຈະເກີດມີດິນຍຸບ, ດິນແຕກແຫງ ເປັນວົງກວ້າງ ຈະສ້າງຄວາມເສຍໃຫ້ແກ່ນະຄອນຫຼວງວຽງຈັນ ຊຶ່ງແມ່ນ ໃຈກາງແຫ່ງອະລິຍະທຳ, ການເມືອງ, ເສດຖະກິດ, ສັງຄົມ ແລະ ທັງເປັນເມືອງຫຼວງ ຂອງປະເທດ.
ມາດຕາ 1 : ຢຸດຕິ ໂຄງການລົງທຶນການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນ ແຮ່ເກືອໂປຕາສ ລວມທັງໂຄງການ ທີ່ພວມ ກໍາລັງດໍາເນີນການຊອກຄົ້ນ, ສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດ – ເຕັກນິກ ຢູ່ນະຄອນຫຼວງວຽງຈັນ. ສໍາລັບໂຄງການ ທີ່ໄດ້ດໍາເນີນການຈັດຕັ້ງປະຕິບັດໄປແລ້ວ ໃຫ້ມີການກວດກາ ປະເມີນຜົນ, ຕໍ່ກັບບັນດາໂຄງການ ສຳປະທານ ທີ່ລະເມີດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງ ແມ່ນບໍ່ມີການຊົດເຊີຍ.
ມາດຕາ 2: ມອບໃຫ້ ລັດຖະບານ ຊີ້ນໍາກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດ ຕັ້ງປະຕິບັດ ມະຕິສະບັບນີ້ ຢ່າງເຂັ້ມງວດ.
ມາດຕາ 3 : ມອບໃຫ້ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກຳມາທິການທີ່ກ່ຽວຂ້ອງ ຂອງ ສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ສະພາປະ ຊາຊົນນະຄອນຫຼວງວຽງຈັນ ແລະ ຄະນະກຳມະການປົກຄອງນະຄອນຫຼວງ ຕິດຕາມກວດກາ ການຈັດຕັ້ງ ປະຕິບັດ ມະຕິສະບັບນີ້ ໃຫ້ໄດ້ຮັບຜົນສໍາເລັດ ເປັນຢ່າງດີ.
ມາດຕາ 4 : ມະຕິ ສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ

