ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X

ແຫລ່ງຂ່າວ ຂປລ ລາຍງານວ່າ: ກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X, ໄດ້ໄຂຂຶ້ນ ແຕ່ວັນທີ 14-23 ຕຸລາ 2019 ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເຊິ່ງມີບັນດາສະຫາຍກຳມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາກຳມະການສູນກາງພັກ ທັງສົມບູນ ແລະ ສຳຮອງ, ພ້ອມດ້ວຍທີ່ປຶກສາຄະນະບໍລິຫານງານສູນກາງພັກ, ເລຂາຄະນະພັກກະຊວງ, ອົງການ, ເລຂາພັກແຂວງ ແລະ ເຈົ້າແຂວງ ທີ່ບໍ່ແມ່ນກຳມະການສູນກາງພັກຈຳນວນໜຶ່ງ ເຂົ້າຮ່ວມ.
ກອງປະຊຸມໄດ້ຄົ້ນຄວ້າຕີລາຄາ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ບັນຫາສຳຄັນ ຈຳນວນໜຶ່ງ ດັ່ງນີ້: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020; ຕີລາຄາ ແລະ ໃຫ້ທິດຊີ້ນຳກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ; ຄົ້ນຄວ້າໃຫ້ທິດຊີ້ນຳ ກ່ຽວກັບມະຕິວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່; ໃຫ້ທິດຊີ້ນຳກ່ຽວກັບ ຜົນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃນໄລຍະຜ່ານມາ ແລະ ທິດທາງວຽກຈຸດສຸມໃນຕໍ່ໜ້າ; ຄົ້ນຄວ້າປະກອບຄວາມເຫັນ ແລະ ໃຫ້ທິດຊີ້ນຳ ຕໍ່ຮ່າງລາຍງານການເມືອງສະບັບທີໜຶ່ງ ຫລື ສະບັບເບື້ອງຕົ້ນ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ດຳເນີນຊີວິດການເມືອງພາຍໃນ ຄະນະບໍລິຫານງານສູນກາງພັກ ປະຈຳປີ 2019.
ກອງປະຊຸມ ເປັນເອກະພາບກັນຕີລາຄາຄືນ ຜົນສຳເລັດທີ່ເປັນໜໍ່ແໜງ ປັດໄຈໃໝ່
ໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃນໜຶ່ງປີຜ່ານມາ, ພ້ອມນັ້ນ ກໍໄດ້ດຳເນີນການຄົ້ນຄ້ວາປະກອບຄຳເຫັນ
ຕໍ່ບັນຫາຕ່າງໆ ທີ່ຕັ້ງຂຶ້ນໃນກອງປະຊຸມຢ່າງກົງໄປກົງມາ, ເລິກເຊິ່ງ ໂດຍສະເພາະ ແມ່ນສຸມໃສ່ວິເຄາະ, ໄຈ້ແຍກບັນຫາ ການຈັດຕັ້ງປະຕິບັດ
ແຜນພັດທະນາເສດຖະກິດ-ສັງຄົມ,
ແຜນງົບ ປະມານ, ແຜນເງິນຕາ ປະຈຳປີ 2019 ແລະ ທິດທາງແຜນການປະຈຳປີ 2020 ກໍຄື ວຽກງານຮັບປະກັນ ຄວາມໝັ້ນຄົງທາງດ້ານການເມືອງ ແລະ
ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ການກະກຽມດຳເນີນກອງປະຊຸມໃຫຍ່
3 ຂັ້ນ ແລະ ບັນຫາອື່ນໆ ທີ່ໄດ້ນຳມາສະເໜີຕໍ່ ກອງປະຊຸມຢ່າງມີຊີວິດຊີວາ.
ພ້ອມດຽວກັນນັ້ນ, ກອງປະຊຸມຍັງມີຄວາມເປັນເອກະພາບຮັບຮອງເອົາວຽກງານ ແລະ
ທິດທາງວຽກງານຈຸດສຸມໃນຕໍ່ໜ້າ ແນໃສ່ສ້າງການຫັນປ່ຽນອັນແຂງແຮງໃນແຕ່ລະຂົງເຂດວຽກງານ, ສ້າງບັນດາປັດໄຈຕົວຈິງ
ເພື່ອຄ້ຳປະກັນການສືບຕໍ່ສ້າງການຫັນປ່ຽນຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່
ຄັ້ງທີ X
ຂອງພັກ ແລະ ສ້າງຂະບວນການແຂງແຮງຕໍ່ເນື່ອງ ເພື່ອສະເຫລີມສະຫລອງວັນສຳຄັນຂອງພັກ-ຂອງຊາດ,
ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທັງສ້າງການຫັນປ່ຽນໃໝ່
ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ;
ເພື່ອຈັດຕັ້ງປະຕິບັດບັນດາເນື້ອໃນເຫລົ່ານັ້ນ
ກອງປະຊຸມໄດ້ເນັ້ນໜັກເຖິງການສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ເລິກເຊິ່ງກວ່າເກົ່າ
ຕໍ່ຄວາມຮັບຜິດ ຊອບການເມືອງ ຂອງຄະນະບໍລິຫານງານສູນກາງພັກ, ແຕ່ລະສະຫາຍກຳມະການສູນກາງ ນັບທັງເລຂາຄະນະພັກກະຊວງ, ອົງການ, ແຂວງ
ໃນການນຳພາ-ຊີ້ນຳຜັນຂະຫຍາຍມະຕິ, ຄຳສັ່ງ
ລວມທັງບັນດານິຕິກຳຕ່າງໆຂອງສູນກາງພັກ ແລະ ລັດຖະບານວາງອອກ, ພ້ອມທັງເປັນເຈົ້າການນຳພາ-ຊີ້ນຳ ແກ້ບັນຫາຕ່າງໆ ຢ່າງຈິງຈັງ, ຮັບປະກັນໝາກຜົນຕົວຈິງ.

ຄະນະບໍລິຫານງານສູນກາງພັກ ໄດ້ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງ ປະກອບອາວຸດ ແລະ ປະຊາຊົນລາວທັງຊາດ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນທົ່ວພັກ ແລະ ທົ່ວສັງຄົມ, ເຊີດຊູ ແລະ ເສີມຂະຫຍາຍຈິດໃຈຮັກຊາດ, ເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕິດພັນກັບການສູ້ຊົນ ເຮັດສຳເລັດໜ້າທີ່ໃນຄວາມຮັບຜິດຊອບຂອງຕົນ. ກອງປະຊຸມຍັງໄດ້ມອບໃຫ້ຄະນະພັກແຕ່ລະຂັ້ນ ເປັນເຈົ້າການຈັດຕັ້ງເຊື່ອມຊຶມ, ກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X ໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ, ຕໍ່ເນື່ອງ ແລະ ບັນລຸຜົນສຳເລັດຕົວຈິງຢ່າງຈົບງາມ. ຂ່າວ: ຫລ້າ ພາບ: ຂັນໄຊ

