ກຳລັງທະຫານ 92 ສະຫາຍ ພ້ອມແລ້ວທີ່ຈະໄປຊ່ວຍສິດສອນຊັ້ນປະຖົມສຶກສາຢູ່ເຂດຫ່າງໄກສອກຫລີກ

ພິທີ ປິດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫລີກ ຊຸດທີ II ຢູ່ທີ່ ວິທະຍາໄລຄູຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງພັກ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຄະນະອຳນວຍການວິທະຍາໄລຄູຫຼວງພະບາງ, ຄະນະພັກ-ຄະນະບັນຊາກອງບັນຊາທະຫານ 6 ແຂວງພາກເໜືອ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ລາຍງານຜົນສຳເລັດ ເຊິ່ງໃນການຈັດຕັ້ງເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີ II ໃຊ້ເວລາ 6 ວັນ, ເທົ່າກັບ 63 ຊົ່ວໂມງ, ມີນັກເຝິກອົບຮົບເຂົ້າຮ່ວມທັງໝົດ 92 ສະຫາຍ, ມາຈາກກອງບັນຊາການທະຫານແຂວງຫຼວງພະບາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ ແລະ ແຂວງໄຊຍະບູລີ, ແບ່ງອອກເປັນ 3 ຫ້ອງ, ຫ້ອງລະ 30-31 ສະຫາຍ, ໂດຍເນື້ອໃນບົດຮຽນປະກອບມີພາກ 4 ຄື:
- ຫຼັກສູດ ແລະ ການສອນຊັ້ນປະຖົມສຶກສາ
- ການສອນ ວິຊາພາສາລາວ ຊັ້ນປະຖົມສຶກສາ
- ການສອນ ວິຊາຄະນິດສາດ ຊັ້ນປະຖົມສຶກສາ
- ການສອນ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ຊັ້ນປະຖົມສຶກສາ. ຜ່ານການຈັດຕັ້ງສັງເກດເຫັນວ່າ: ຄະນະຮັບຜິດຊອບເຝິກອົບຮົມວິຊາຄູ ໄດ້ເອົາໃຈໃສ່ຊີ້ນໍາວຽກງານອົບຮົມ-ຫັດແອບເປັນໜ້າທີ່ການເມືອງ ໃນການປະຕິບັດບັນດາຫຼັກສູດ ແລະ ວຽກງານປິ່ນອ້ອມຕ່າງໆ ໃຫ້ແກ່ການຮຽນ-ການສອນ, ການປະຕິບັດຂໍ້ກໍານົດ, ກົດລະບຽບ, ການຄຸ້ມຄອງພະນັກງານ-ນັກຮົບ ເພື່ອເຄື່ອນໄຫວສຶກສາຮໍ່າຮຽນ ແລະ ເຮັດກິດຈະກໍາຕ່າງໆ; ຄູ-ອາຈານໄດ້ຖ່າຍຖອດບົດຮຽນໃຫ້ຄົບຖ້ວນ, ຈະແຈ້ງ, ເຂົ້າໃຈງ່າຍ, ສຸມໃສ່ທຸກສະຕິປັນຍາ ແລະ ຈິງໃຈໃນການສົ່ງຄວາມຮູ້ໃຫ້ນັກເຝິກອົບຮົມ, ເອົາໃຈໃສສຶກສາຄົ້ນຄວ້າຕໍາລາການຮຽນ-ການສອນ ໂດຍເນັ້ນໃສ່ວິທີການສອນແບບແກ້ບັນຫາຕາມ 5 ບາດກ້າວ. ສຳລັບນັກເຝິກອົບຮົມ ໄດ້ຕັ້ງໜ້າເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ກຳໄດ້ບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ທາງດ້ານທິດສະດີ, ຫຼັກການ ແລະ ການສອນຕົວຈິງ.
ຜ່ານການເຝິກອົບຮົມ ສາມາດຕີລາຄາຜົນໄດ້ຮັບແຕ່ລະດ້ານ ດັ່ງນີ້: ຄວາມຮູ້ກ່ຽວກັບ ຫຼັກສູດ ແລະ ການສອນ ຊັ້ນປະຖົມສຶກສາ 85,23%; ການສອນ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ 86,15%; ການສອນ ວິຊາພາສາລາວ 83,96% ແລະ ການສອນ ວິຊາຄະນິດສາດ 82%.

ຈາກນັ້ນ, ສະຫາຍ ພົນຈັດຕະວາ ວັນໄຊ ຄຳມາວົງ ຫົວໜ້າຫ້ອງການ, ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການມອບໃບຍັ້ງຢືນ ສຳເລັດການເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ນັກພະນັກງານ-ນັກຮົບ ຈຳນວນ 92 ສະຫາຍ ໂດຍການມອບ ຂອງສະຫາຍ ນາງ ຄໍາພັດ ໄຊຍະລີນຄຳ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ.
ທີ່ມາ: ໜັງສືພິມ ກອງທັບ

