ແຂວງບໍລິຄຳໄຊ ກວດສອບ 3 ເປົ້າໝາຍ ພົບມູນຄ່າຕ້ອງໄດ້ເກັບກູ້ຄືນ 1.059 ລ້ານກວ່າກີບ, ແລະ 2,88 ລ້ານບາດ

ສຳນັກຂ່າວສານປະເທດລາວ ລາຍງານວັນທີ 19 ທັນວາ 2023 ນີ້ວ່າ: ທ່ານ ດວງຕາ ມໍລະຄາສຸກ ປະທານຄະນະກວດກາພັກ, ອົງການກວດກາລັດແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານກວດກາລັດ ແລະ ການແກ້ໄຂຜົນການກວດສອບໃນປີຜ່ານມາວ່າ: ຜ່ານການຕິດຕາມການແກ້ໄຂຜົນການກວດສອບຕາມຄໍາສັ່ງ 3 ເປົ້າໝາຍ ມີມູນຄ່າທີ່ຕ້ອງໄດ້ເກັບກູ້ເງິນຄືນຫຼາຍກວ່າ 1.ຕຶ້ 59 ລ້ານກີບ, ແລະ 2 ລ້ານກວ່າບາດ; ຕິດຕາມການແກ້ໄຂຜົນການກວດກາ ໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ 10 ຕື້ກີບລົງມາຈໍານວນ 67 ໂຄງການ, ຫລຸດລົງ 2 ໂຄງການ(ແຜນປີ 69 ໂຄງການ). ໃນນັ້ນ, ໂຄງການ 10 ຕື້ກີບຂຶ້ນໄປມີ 43 ໂຄງການ ແລະ ໂຄງການນອກແຜນ 1 ໂຄງການ ມູນຄ່າ 29 ຕື້ກວ່າກີບ, ໂຄງການ 10 ຕື້ລົງມາມີ 23 ໂຄງການ. ຕາມຜົນການກວດສອບທີ່ສະພາແຫ່ງຊາດຕົກລົງ ມີ 5 ໂຄງການ, ໃນປີ 2023 ໄດ້ບັນຈຸເຂົ້າແຜນການລົງທຶນຂອງລັດ 1 ໂຄງການ ມູນຄ່າ 60 ຕື້ກວ່າກີບ. ສ່ວນການສະເໜີຂອງສະພາປະຊາຊົນແຂວງມີ 5 ໂຄງການ ເພີ່ມຂຶ້ນ 4 ໂຄງການ, ໃນປີ 2023 ໄດ້ບັນຈຸເຂົ້າແຜນການລົງທຶນຂອງລັດ 4 ໂຄງການ ມູນຄ່າ 2 ຕື້ກວ່າກີບ.

ໃນປີ 2022 ຜ່ານມາອົງການກວດກາລັດ ແຂວງບໍລິຄໍາໄຊ ເລັ່ງເອົາໃຈໃສ່ຫລາຍໜ້າວຽກສໍາຄັນ ເປັນຕົ້ນ ບັນດາໜີ້ຕ້ອງຮັບ ຈາກສ່ວຍສາອາກອນ 6 ຕື້ 92 ລ້ານກີບ, ໃນປີ 2023 ສາມາດຈັດເກັບໜີ້ທີ່ຕິດພັນກັບງົບປະມານໄດ້ 1 ບໍລິສັດ 15 ລ້ານກວ່າກີບ, ຍັງຄ້າງເກືອບ 7 ຕື້ກີບ; ໜີ້ຕ້ອງຮັບຈາກຊັບສິນຂອງລັດຫຼາຍກວ່າ 621 ລ້ານກີບ ແລະ 145.855 ກວ່າໂດລາສະຫະລັດ ສາມາດຈັດເກັບໄດ້ 279 ລ້ານກວ່າກີບ ແລະ 37.134 ກວ່າໂດລາສະຫະລັດ; ໜີ້ຕ້ອງຮັບຈາກເງິນຄຸ້ມຄອງໂຄງການລົງທຶນຂອງລັດ 79 ໂຄງການ ມູນຄ່າ 32 ຕື້ກວ່າກີບ, ພະແນກໂຍທາທິການ ແລະ ຂົນສົ່ງຈໍານວນທີ່ຍັງຄ້າງ 75 ໂຄງການ ມູນຄ່າການກໍ່ສ້າງຕາມສັນຍາ 4.714 ຕື້ກີບ, ມູນຄ່າເງິນຄຸ້ມຄອງໂຄງການຕາມສັນຍາ 41 ຕື້ກວ່າກີບ, ໃນປີ 2023 ໄດ້ຮັບເງິນຄຸ້ມຄອງໂຄງການຈໍານວນ 7 ໂຄງການມູນຄ່າ 45 ລ້ານກີບ, ສໍາລັບພະແນກພະລັງງານ ແລະ ບໍ່ແຮ່ ມີໜີ້ຕ້ອງຮັບຈາກເງິນຄຸ້ມຄອງຕາມສັນຍາ 1 ໂຄງການ ຈໍານວນ 276 ລ້ານກວ່າກີບ, ການເລັ່ງທວງລາຍຈ່າຍລ່ວງໜ້າໃນລະບົບຄັງເງິນປະຈໍາແຂວງຈໍານວນ 8 ຕື້ກວ່າກີບ, ການສະຫລຸບລາຍຮັບ-ລາຍຈ່າຍເງິນຕິດຕາມການພັດທະນາໂຄງການພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການຈັດຕັ້ງປະຕະບັດລາຍຈ່າຍງົບປະມານແຫ່ງລັດ, ການຄຸ້ມຄອງການລົງທຶນດ້ານບໍ່ແຮ່, ການວາງເງິນຄໍ້າປະກັນ ແລະ ການດັດແກ້ມູນຄ່າໂຄງການກໍ່ສ້າງຫຼາຍກວ່າ 129 ຕື້ກີບ ແລະ ອື່ນໆ.