ອີຣານປະກາດເປີດນ່ານຟ້າທົ່ວປະເທດແລ້ວ ຫລັງບັນລຸຂໍ້ຕົກລົງຢຸດຍິງກັບອິດສະລາແອນ

ກະຊວງທາງຫລວງ ແລະ ການພັດທະນາເມືອງຂອງອີຣານປະກາດໃນວັນທີ 4 ກໍລະກົດວ່າ: ອີຣານໄດ້ກັບມາເປີດນ່ານຟ້າ ເພື່ອຮອງຮັບຖ້ຽວບິນພາຍໃນປະເທດ, ຖ້ຽວບິນລະຫວ່າງປະເທດ ແລະ ຖ້ຽວບິນຕໍ່ເຮືອບິນອີກ ຫລັງປິດນ່ານຟ້ານັບແຕ່ວັນທີ 13 ມິຖຸນາ ພາຍຫລັງການໂຈມຕີທາງອາກາດຂອງອິດສະລາແອນ ເຊິ່ງນໍາໄປສູ່ຄວາມຂັດແຍ່ງທາງອາກາດ 12 ວັນ ກ່ອນທັງສອງປະເທດຈະບັນລຸຂໍ້ຕົກລົງຢຸດຍິງໃນວັນທີ 24 ມິຖຸນາຜ່ານມາ.
ຖະແຫລງການຂອງກະຊວງທາງຫລວງ ແລະ ການພັດທະນາເມືອງ ເຊິ່ງເຜີຍແຜ່ຜ່ານເວັບໄຊລະບຸວ່າ: ການຕັດສິນໃຈດັ່ງກ່າວເກີດຂຶ້ນຫລັງໄດ້ຮັບການອະນຸມັດຈາກອົງການການບິນພົນລະເຮືອນແຫ່ງອີຣານ ແລະ ຜ່ານການປະເມີນຄວາມໝັ້ນຄົງປອດໄພຢ່າງລະອຽດຖີ່ຖ້ວນແລ້ວ.
ຖະແຫລງການລະບຸວ່າ: ຖ້ຽວບິນໄດ້ກັບມາໃຫ້ບໍລິການຕາມປົກກະຕິແລ້ວຢູ່ສະໜາມບິນສາກົນເມຣາບັດ ແລະ ສະໜາມບິນສາກົນອິໝ່າມໂຄໄມນີ ໃນນະຄອນຫລວງເຕຫະຣານ ລວມທັງສະໜາມບິນສ່ວນໃຫຍ່ທົ່ວປະເທດ.
ເຖິງຢ່າງໃດກໍຕາມ, ສະໜາມບິນໃນເມືອງອິສຟາຮານ ແລະ ເມືອງທາບຣິ ຍັງປິດໃຫ້ບໍລິການ ໂດຍທາງກະຊວງໃຫ້ຄໍາໝັ້ນວ່າຈະກັບມາເປີດດໍາເນີນງານທັນທີຫລັງກຽມຄວາມພ້ອມດ້ານໂຄງລ່າງພື້ນຖານສໍາເລັດ.
ສໍາລັບສະໜາມບິນໃນນະຄອນຫລວງເຕຫະຣານ ແລະ ພື້ນທີ່ສ່ວນໃຫຍ່ຈະເປີດໃຫ້ບໍລິການຖ້ຽວບິນລະຫວ່າງເວລາ 5:00 ໂມງ ເຖິງ 18:00 ໂມງ ຕາມເວລາທ້ອງຖິ່ນ. ຂະນະທີ່ນ່ານຟ້າທາງຕາເວັນອອກຈະເປີດໃຫ້ບໍລິການຕະຫລອດ 24 ຊົ່ວໂມງ ສໍາລັບທຸກຖ້ຽວບິນ.

