ທ່ານ ປູຕິນ ລົງນາມໃນກົດໝາຍ ຫ້າມຝ່າຍຄ້ານ ລົງຮັບສະໝັກເລືອກຕັ້ງ

ວັນທີ 4 ມິຖຸນານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຂອງ ລັດເຊຍ ໄດ້ລົງນາມໃນກົດໝາຍຫ້າມບັນດາພັນທະມິດຂອງນັກເຄື່ອນໄຫວຝ່າຍຄ້ານ Alexei Navalny ລົງຮັບສະໝັກເລືອກຕັ້ງ

ສຳນັກຂ່າວ ເອເອຟພີ ໂດຍອ້າງແຫຼ່ງຂ່າວຈາກອົງການກົດໝາຍຂອງລັດເຊຍວ່າ: ທ່ານ ປູຕິນ ໄດ້ລົງນາມໃນກົດໝາຍວ່າດ້ວຍ ຫ້າມສະມາຊິກ ແລະ ຜູ້ໃຫ້ການສະໜັບສະໜູນກຸ່ມ “ຫົວຮຸນແຮງ” ລົງຮັບສະໝັກເລືອກຕັ້ງ

ກົດໝາຍດັ່ງກ່າວຖືກຮັບຮອງຈາກສະພາສູງຂອງລັດເຊຍ ເມື່ອຕົ້ນອາທິດນີ້. ສານສູງຂອງລັດເຊຍກຳລັງຢູ່ໃນຊ່ວງພິຈາລະນາວ່າ ການເຄື່ອນໄຫວຂອງເຄືອຂ່າຍການເມືອງຂອງນັກເຄື່ອນໄຫວ Navalny ແມ່ນການຈັດຕັ້ງ “ຫົວຮຸ່ນແຮງ” ແທ້ ຫຼື ບໍ່? ຊຶ່ງຂໍ້ພິຈາລະນານີ້ຈະອອກມາໄວທີ່ສຸດ ໃນອາທິດໜ້າ.

ກົດໝາຍສະບັບດັ່ງກ່າວບໍ່ສະເພາະແຕ່ສົ່ງຜົນກະທົບຕໍ່ເຄືອຂ່າຍຂອງ Navalny ເທົ່ານັ້ນ ແຕ່ຫາກຍັງຈະສົ່ງຜົນກະທົບຕໍ່ປະຊາຊົນລັດເຊຍຫຼາຍສິບພັນຄົນທີ່ໃຫ້ການສະໜັບສະໜູນ Navalny ອີກດ້ວຍ.

ບັນດາດາການນຳຂອງກຸ່ມທີ່ຖືກເອີ້ນວ່າ “ຫົວຮຸ່ນແຮງ” ນັ້ນ ຈະບໍ່ສາມາດລົງຮັບສະໝັກເລືອກຕັ້ງເປັນເວລາ 5 ປີ. ໃນຂະນະດຽວກັນ ສະມາຊິກ ແລະ ຜູ້ໃຫ້ການສະໜັບສະໜູນທາງການເງິນແກ່ກຸ່ມດັ່ງກ່າວກໍຈະຖືກຫ້າມລົງຮັບສະໝັກເລືອກຕັ້ງເຊັ່ນດຽວກັນເປັນເວລາ 3 ປີ.