ກໍາປູເຈຍປະກາດຢຸດການຂົນສົ່ງສິນຄ້າທຸກປະເພດຂ້າມຊາຍແດນ ກໍາປູເຈຍ-ໄທ ຈົນກວ່າໄທຈະຕົກລົງເປີດຈຸດຜ່ານແດນທັງໝົດອີກ

          ກົມກວດຄົນເຂົ້າເມືອງ (General Department of Immigration: GDI) ຂອງກໍາປູເຈຍ ປະກາດຢຸດການຂົນສົ່ງສິນຄ້າທຸກປະເພດ ທັງການສົ່ງອອກ ແລະ ນໍາເຂົ້າ ຜ່ານຈຸດຜ່ານແດນຖາວອນ ແລະ ຈຸດຜ່ອນປົນເພື່ອການຄ້າຕາມຊາຍແດນກໍາປູເຈຍ-ໄທ.

           ການດໍາເນີນງານດັ່ງກ່າວມີຂຶ້ນໃນວັນທີ 29 ມິຖຸນາ ພາຍຫລັງນາຍົກລັດຖະມົນຕີ ຮຸນ ມາເນດ ຂອງກໍາປູເຈຍ ໂພສຂໍ້ຄວາມຜ່ານ Facebook ລະບຸວ່າ: ທາງການກໍາປູເຈຍ ໄດ້ຮັບໜັງສືຈາກຝ່າຍໄທໃນແຂວງສະແກ້ວ ທີ່ຂໍໃຫ້ເປີດດ່ານຊາຍແດນບາງສ່ວນ ແລະ ອະນຸຍາດໃຫ້ລົດບັນທຸກເຂົ້າ-ອອກໄດ້ ເພື່ອບັນເທົາຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ.

          ໂດຍກົມກວດຄົນເຂົ້າເມືອງກໍາປູເຈຍຢືນຢັນວ່າ: ໄດ້ບັງຄັບໃຊ້ມາດຕະການຢຸດການຂົນສົ່ງສິນຄ້າຂ້າມຊາຍແດນດັ່ງກ່າວຢ່າງເຄັ່ງຂັດ ແລະ ຈະມີຜົນໃຊ້ບັງຄັບຈົນກວ່າ ລັດຖະບານໄທຈະຕົກລົງເປີດຈຸດຜ່ານແດນ ແລະ ຈຸດຜ່ອນປົນທັງໝົດອີກ.

          ທັງນີ້, ພົນຕີ ວິນໄຊ ສຸວາຣີ ໂຄສົກກອງທັບບົກ ຊີ້ແຈງກ່ຽວກັບໂພສຂໍ້ຄວາມຂອງຜູ້ນໍາກໍາປູເຈຍ ໂດຍລະບຸວ່າ: ກໍລະນີດັ່ງກ່າວເນື່ອງມາຈາກການທີ່ນາຍົກລັດຖະມົນຕີ ແພທອງທານ ຊິນນະວັດ ໄດ້ເດີນທາງລົງພື້ນທີ່ກວດວຽກ ແລະ ປະຊຸມຫາລືກັບໜ່ວຍງານທີ່ກ່ຽວຂ້ອງເຖິງຜົນກະທົບຈາກມາດຕະການຄວບຄຸມດ່ານຊາຍແດນໄທ-ກໍາປູເຈຍ ໃນວັນທີ 26 ມິຖຸນາ ໂດຍໄດ້ມອບໝາຍໃຫ້ໜ່ວຍງານດ້ານຄວາມໝັ້ນຄົງປະສານງານກອງປະຊຸມຮ່ວມກັບພາກລັດຕ່າງໆ ເພື່ອຫາແນວທາງບັນເທົາຜົນກະທົບຕໍ່ປະຊາຊົນ.

          ໂດຍກອງປະຊຸມສູນສະເພາະກິດບໍລິຫານສະຖານະການບໍລິເວນຊາຍແດນໄທ-ກໍາປູເຈຍ ໃນວັນທີ 27 ມິຖຸນາ ມີມະຕິເຫັນພ້ອມໃຫ້ມີການຫລຸດຜ່ອນສະເພາະກໍລະນີລົດຂົນສົ່ງສິນຄ້າຂອງໄທທີ່ຕົກຄ້າງການອອກໄປສົ່ງສິນຄ້າທີ່ມີໃບຂົນສິນຄ້າຂາອອກ ຫລື ໃບຂົນສິນຄ້າຜ່ານແດນ ເຊິ່ງໄດ້ມີການລົງຂໍ້ມູນໄວ້ໃນລະບົບຄອມພິວເຕີຂອງກົມພາສີອາກອນໃນວັນທີ 25 ມິຖຸນາ ໄວ້ແລ້ວ. ສະເພາະສ່ວນຈະຕ້ອງອອກໄປທາງແຂວງສະແກ້ວ ໃຫ້ສາມາດເດີນທາງຂ້າມແດນໄປກໍາປູເຈຍ ແລະ ເດີນທາງກັບເຂົ້າສູ່ໄທໄດ້ ເນື່ອງຈາກຂະບວນການນໍາສົ່ງສິນຄ້າໃນກຸ່ມນີ້ໄດ້ດໍາເນີນການເຂົ້າໄປໃນລະບົບແລ້ວ.

ອ້າງອີງ:

https://www.khmertimeskh.com/501709058/cambodia-suspends-all-cross-border-trade-with-thailand