ຫວຽດນາມຮຽກຮ້ອງ ປະຊາຊົນຢຸດກິນຊີ້ນໝາ

ທາງການຫວຽດນາມໃນນະຄອນຫລວງຮ່າໂນ້ຍອອກມາຮຽກຮ້ອງໃຫ້ປະຊາຊົນຢຸດກິນຊີ້ນໝາ ເພາະກະທົບພາບພົດຂອງເມືອງ. ນອກຈາກນັ້ນ ການລ້ຽງ ແລະ ຂ້າໝາ ຖ້າບໍ່ຖືກສຸຂະລັກສະນະອາດແຜ່ເຊື້ອຫວໍ້.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຫວງຽນ ຟານ ຊູ ຮອງເຈົ້າຄອງນະຄອນຫລວງຮ່າໂນ້ຍ ກ່າວຮຽກຮ້ອງໃຫ້ປະຊາຊົນຢຸດການບໍລິໂພກຊີ້ນໝາ ເຊິ່ງຊາວຫວຽດນາມຫລາຍຄົນຍັງມີຄວາມເຊື່ອວ່າ: ຖ້າຮັບປະທານຊີ້ນໝາແລ້ວຈະເຮັດໃຫ້ສຸຂະພາບແຂງແຮງ, ແຕ່ການຂ້າ ແລະ ບໍລິໂພກຊີ້ນໝາ ລວມທັງຊີ້ນແມວນັ້ນ ສ້າງຄວາມລຳບາກໃຈໃຫ້ຊາວຕ່າງປະເທດ ແລະ ຍັງກະທົບຕໍ່ພາບພົດຂອງເມືອງຫລວງຫວຽດນາມ ໃນຖານະເມືອງຫລວງທີ່ນຳສະໄໝ ແລະ ມີອາລິຍະທຳ. ນອກຈາກນັ້ນ ຮອງເຈົ້າຄອງ ຍັງໄດ້ສັ່ງໃຫ້ເຈົ້າໜ້າທີ່ທ້ອງຖິ່ນເລັ່ງປຸກລະດົມໃຫ້ປະຊາຊົນໄດ້ຮັບຮູ້ເຖິງອັນຕະລາຍຂອງພະຍາດຫວໍ້ ຖ້າການລ້ຽງ ແລະ ຂ້າເພື່ອບໍລິໂພກຊີ້ນບໍ່ຖືກສຸຂະລັກສະນະ ເຊິ່ງການປຸກລະດົມຂອງທາງການຫວຽດນາມ ເພື່ອມຸ່ງກຳຈັດພະຍາດຫວໍ້ໃຫ້ໝົດໄປພາຍໃນປີ 2021.
ເຈົ້າໜ້າທີ່ຫວຽດນາມລະບຸວ່າ: ມີໝາ ແລະ ແມວ 493.000 ໂຕ ໃນນະຄອນຫລວງຮ່າໂນ້ຍ ແລະ ຫລາຍກວ່າ 10% ລ້ຽງເພື່ອຈຸດປະສົງດ້ານການນຳມາບໍລິໂພກເປັນອາຫານ.

