ລາດຕະເວນຮ່ວມທາງນ້ຳ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 154

ວັນທີ 24 ມີຖຸນາ 2025 ຄະນະລາດຕະເວນທາງນ້ຳຮ່ວມ 4 ປະເທດ (ຈີນ, ລາວ, ມຽນມາ ແລະ ໄທ) ຄັ້ງທີ 154 ຕາມລຳແມ່ນ້ຳຂອງຕອນເໜືອ, ໄດ້ເດີນທາງມາທີ່: ສູນປະສານງານ ລາວ-ຈີນ ປະຈຳບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງນຳໂດຍ ສະຫາຍ ພົນໂທ ຊູຈືຢົງ ຫົວໜ້າການທະຫານກອງບັນຊາການຕຳຫລວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະທັງ 4 ປະເທດ, ເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງ ພົນຈັດຕະວາ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ ສອງກອງບັນຊາການທະຫານ-ຕຳຫຼວດ ຂອງສອງແຂວງ (ບໍ່ແກ້ວ-ຫຼວງນ້ຳທາ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການລາດຕະເວນຮ່ວມຂອງພວກເຮົາໃນຄັ້ງນີ້ ແມ່ນການປະກອບສ່ວນໃນການຈັດຕັ້ງປະຕິບັດກົດໝາຍຮ່ວມມື ແລະ ລາດຕະເວນຮ່ວມຄັ້ງທີ 154 ໂດຍກ່ອນໜ້າທີ່ບໍ່ທັນມີກົນໄກການປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມຂອງ 4 ປະເທດນັ້ນ, ໄດ້ປະເຊີນໜ້າກັບສິ່ງທ້າທາຍຫລາຍປະການເປັນຕົ້ນແມ່ນ: ກຸ່ມກໍ່ການຮ້າຍ, ປຸ້ນຈີ, ກຸ່ມຄ້າຂາຍ-ຂົນສົ່ງຢາເສບຕິດ, ການຄ້າມະນຸດ, ການຄ້າອາວຸດສົງຄາມ, ການຈັບຕົວປະກັນແລກຄ່າໄຖ່ ແລະ ການຄ້າຂາຍອື່ນໆ ເຮັດໃຫ້ສະພາບບໍລິເວນຊາຍແດນແມ່ນໍ້າຂອງຕອນເໜືອ ມີຄວາມຫຍຸ້ງຍາກສັບສົນ ໂດຍສະເພາະແມ່ນດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງຂອງຊາດ. ຍ້ອນເຫດນັ້ນ, ກົນໄກການຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ເທດຈຶ່ງໄດ້ຮັບການຈັດຕັ້ງຂຶ້ນ ໂດຍແມ່ນຝ່າຍຈີນເປັນເຈົ້າການລິເລີ່ມໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວ.

ຕະຫຼອດໄລຍະຜ່ານມາ ປະສານສົມທົບແໜ້ນຂອງ 4 ປະ ເທດ (ລາວ, ຈີນ, ມຽນມາ, ໄທ) ໃນການຮ່ວມມືປະຕິບັດງານຮ່ວມເພື່ອຕໍ່ສູ້ປາບປາມ ແລະ ສະ ກັດກັ້ນບັນດາປະກົດການຫຍໍ້ທໍ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຈົນເຮັດໃຫ້ສະພາບການໃນຂົງເຂດພາກພື້ນຫຼຸດລົງເທື່ອລະກ້າວ. ມາຮອດປັດຈຸບັນ ສາມາດທັບມ້າງບັນດາກິດຈະກໍາການເຄື່ອນໄຫວຕ່າງໆຂອງກຸ່ມຄົນບໍ່ດີ, ຢຶດ ແລະ ທໍາລາຍສິ່ງເສບຕິດຜິດກົດໝາຍໄດ້ຈໍານວນຫຼາຍ ແລະ ສາມາດຈັບກຸມຜູ້ຄ້າຂາຍຢາເສບຕິດມາລົງໂທດຕາມກົດໝາຍ, ຍ້ອນຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງເປັນປົກກະຕິຂອງພວກເຮົາຈຶ່ງເຮັດໃຫ້ຂອບເຂດບໍລິເວນແມ່ນໍ້າຂອງ ແລະ ພາກພື້ນມີສັນຕິພາບ, ມີສະຖຽນລະພາບ, ມີຄວາມສະຫງົບປອດໄພ, ປະຊາຊົນບັນດາເຜົ່າດໍາລົງຊີວິດຢ່າງຖືກຕ້ອງຕາມກົດໝາຍຂອງບ້ານເມືອງ, ບ້ານຊ່ອງ ໄດ້ຮັບການພັດທະນາດີຂຶ້ນ, ການ ໄປມາຫາສູ່, ການຄ້າຂາຍ, ການເດີນເຮືອເປັນປົກກະຕິ ແລະ ປອດໄພ.

ທີ່ມາ: ໜັງສືພິມ ກອງທັບ