ມຽນມາຫ້າມຜູ້ແທນດ້ານສິດທິມະນຸດ ຂອງສະຫະປະຊາຊາດເຂົ້າປະເທດ

ທ່ານນາງ ລີ ຢາງຮີ ຜູ້ແທນພິເສດຂອງສະຫະປະຊາຊາດ ກ່າວວ່າ: ທາງການມຽນມາແຈ້ງຕໍ່ຄະນະກຳມະການສອບສວນອິດສະຫລະດ້ານສິດທິມະນຸດສະຫະປະຊາຊາດວ່າ: ຈະບໍ່ໃຫ້ການຮ່ວມມື ແລະ ບໍ່ອະນຸຍາດໃຫ້ນາງເດີນທາງເຂົ້າປະເທດຕະຫລອດວາລະໃນການດຳລົງຕຳແໜ່ງຂອງນາງ.
ຜູ້ແທນພິເສດ ສປຊ ເຊິ່ງເປັນຊາວ ສ.ເກົາຫລີ ກ່າວວ່າ: ນາງມີກຳນົດເດີນທາງຢ້ຽມຢາມມຽນມາເດືອນມັງກອນ ເພື່ອຕີລາຄາສະຖານະການດ້ານສິດທິມະນຸດທົ່ວປະເທດມຽນມາ ເຊິ່ງລວມທັງຂໍ້ກ່າວຫາລະເມີດສິດທິຊາວມຸດສະລິມໂຣຮິງຢາໃນລັດຍະໄຂ່. ນາງ ລີ ກ່າວວ່າ: ການປະກາດບໍ່ໃຫ້ການຮ່ວມມືກັບຄະນະເຮັດວຽກດ້ານສິດທິ ເປັນເຄື່ອງບົ່ງບອກໄດ້ຢ່າງຈະແຈ້ງວ່າ: ສະຖານະການໃນລັດຍະໄຂ່ອາດຈະຮ້າຍແຮງ ລວມທັງບ່ອນອື່ນໆໃນມຽນມາ.

