ຫຼາຍທ້ອງຖິ່ນພົບໄພໜາວ ແຕ່ບໍ່ທັນໄດ້ຮັບລາຍງານຜົນເສຍຫາຍໃດໆ

ປະຈຸບັນ ປະເທດເຮົາ ກຳລັງພົບບັນຫາໄພໜາວ, ບາງທ້ອງຖິ່ນອຸນຫະພູມຕໍ່າ 0 ອົງສາ ເຮັດໃຫ້ເກີດມີນ້ຳກ້າມ,ໂດຍສະເພາະຢູ່ແຂວງຫົວພັນ,ຊຽງຂວາງ, ຜົ້ງສາລີ, ໄຊສົມບູນ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ ສົ່ງຜົນກະທົບໂດຍກົງຕໍ່ຄົນ,ສັດ ແລະ ເຄື່ອປູກຕ່າງໆ; ແຕ່ກໍ່ຍັງບໍ່ທັນໄດ້ຮັບການລາຍງານຈາກໜ່ວຍງານກ່ຽວຂ້ອງເຖິງຄວາມເສຍຫາຍຕ່າງໆ, ມີແຕ່ບາງຄອບຄົວເທົ່ານັ້ນທີ່ຂາດເຄື່ອງນຸ່ງຫົ່ມຕ້ານໜາວ, ວອນຜູ້ມີເງື່ອນໄຂ ແລະ ຜູ້ໃຈບຸນຊ່ວຍ.
ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ:ພະຍາກອນອາກາດມື້ວານນີ້ (20 ທັນວາ 2017)ມວນອາກາດໜາວເຢັນຈາກປະເທດຈີນຍັງມີກຳລັງແຮງເພີ່ມຂື້ນສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ພ້ອມດຽວກັນກະແສລົມຕາເວັນອອກສ່ຽງເໜືອໄດ້ມີກໍາລັງແຮງພັດປົກຄຸມ. ຊຶ່ງຍັງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງຕື່ມອີກໃນແຕ່ລະພາກ. ສະເພາະເຂດພູດອຍ ແຂວງພາກເໜືອ, ແຂວງ ໄຊສົມບຸນ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫລາຍຈົນເຖິງຂັ້ນມີນໍ້າກ້າມ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ຫາ ພາກໃຕ້ຕື່ມອີກ.
ເຂດທີ່ໜາວຫຼາຍທີ່ສຸດ ເກີດມີນ້ຳກ້າມຢູ່ບໍລິເວນເມືອງຊຳເໜືອ ອຸນຫະພູມ 0 ອົງສາ ແລະ ເມືອງວຽງໄຊ ອຸນຫະພູມ 2 ອົງສາ,ແຂວງໄຊສົມບູນ ອຸນຫະພູມ 1 ອົງສາ,ບໍລິເວນເມືອງປາກຊ່ອງ ອຸນຫະພູມ 2 ອົງສາ,ແຂວງອຸດົມໄຊ 3 ອົງສາ,ແຂວງຫຼວງນ້ຳທາບໍລິເວນເມືອງວຽງພູຄາ 3 ອົງສາ,ແຂວງຜົ້ງສາລີ 4 ອົງສາ,ແຂວງຊຽງຂວາງ 4 ອົງສາ,ຫຼັກ20ຄຳເກີດ 9 ອົງສາ,ນະຄອນຫຼວງວຽງຈັນ 12 ອົງສາແລະແຂວງອື່ນໆຕ່ຳສຸດໃນລະດັບ 6-11 ອົງສາ.
ຕາມການສຳພາດຜ່ານໂທລະສັບພະແນກກະສິກຳແລະປ່າໄມ້ແຂວງຜົ້ງສາລີ, ແຂວງຊຽງຂວາງ,ແຂວງຈຳປາສັກ,ແຂວງຫົວພັນ ຍັງບໍ່ທັນມີຄຳຕອບໃດໆກ່ຽວກັບຄວາມເສຍຫາຍຈາກໄພໜາວເພາະຍັງລໍຖ້າ ຜົນລາຍງານຈາກບັນດາຫ້ອງການກະສິກແລະປ່າໄມ້ເມືອງເປັນຜູ້ລາຍງານ.ທ່ານ ຄອດ ໝື່ນຫຼວງ ຫົວໜ້າຫ້ອງການກະສິກຳແລະປ່າໄມ້ເມືອງປາກຊ່ອງໃຫ້ຮູ້ວ່າ:ເມືອງປາກຊ່ອງໜາວຫຼາຍ, ປັດຈຸບັນ ໄດ້ແຕ່ງຕັ້ງໜ່ວຍງານລົງໄປຕິດຕາມສະພາບໃນທ້ອງຖິ່ນ ແຕ່ຍັງບໍ່ທັນມີບົດລາຍງານເທື່ອ ຍັງບໍ່ທັນຮູ້ວ່າມີສັດຕາຍທໍ່ໃດ, ພືດເສຍຫາຍທໍ່ໃດ, ແຕ່ໃນສະພາບຄວາມເປັນຈິງມີຫຼາຍຄອບຄົວໃນຫຼາຍໝູ່ບ້ານບໍ່ມີເຄື່ອງນຸ່ງຕ້ານໜາວ ຈຶ່ງວອນຜູ້ມີເງື່ອນໄຂແລະຜູ້ໃຈບຸນຊ່ວຍກັນບໍລິຈາກເຄື່ອງນຸ່ງຫົ່ມ ປະກອບສ່ວນແບ່ງເບົາພາລະຊ່ວຍເຂົາເຈົ້າຫຼຸດຈາກໄພໜາວດ້ວຍ.

