ປກສ ເມືອງຈອມເພັດ ຈັບຕົວໂຈນລັກລົດຈັກໄດ້ 2 ຄົນ ພ້ອມລົດມາມອບຄືນ ເຈົ້າຂອງເດີມ

ວັນທີ 31 ກໍລະກົດ 2024, ເຈົ້າໜ້າທີ່ຕໍາຫລວດ ກອງບັນຊາການ ປກສ ເມືອງຈອມເພັດ ແຂວງຫລວງພະບາງ ໄດ້ມອບລົດຈັກຮອນດາເວບ 100 ສີຟ້າດໍາ ທີ່ຖືກໂຈນລັກໄປແຕ່ວັນທີ 14 ກໍລະກົດຜ່ານມາ ມອບຄືນໃຫ້ເຈົ້າຂອງເດີມ ມອບໂດຍ ພັທ ສົມພານ ຈະເລີນສຸກ ຫົວໜ້າພະແນກຕໍາຫລວດ ແລະ ຮັບໂດຍ ທ້າວ ແຊັກຊີ ປະຊາຊົນ ບ້ານ ນາທ່າ ເມືອງຈອມເພັດ ແຂວງຫລວງພະບາງ.
ເຈົ້າໜ້າທີ່ພະແນກຕໍາຫລວດ ປກສ ເມືອງຈອມເພັດ ໃຫ້ຮູ້ຕື່ມວ່າ: ໂຈນທີ່ກໍ່ເຫດລັກລົດຈັກຄັນດັ່ງກ່າວເຈົ້າສາມາດກັກຕົວໄດ້ແລ້ວ 2 ຄົນ ປັດຈຸບັນກຳລັງຢູ່ໃນຂັ້ນຕອນດໍາເນີນຄະດີຕາມລະບຽບກົດໝາຍ.

