ອາເມລິກາ-ຈີນ ປິດການເຈລະຈາຢູ່ລອນດອນມື້ທີສອງ ບັນລຸຂໍ້ຕົກລົງຂອບການເຮັດວຽກການຄ້າ ຫລຸດຜ່ອນຂໍ້ຈໍາກັດການສົ່ງອອກ

ທ່ານ ໂຮເວິດ ລຸດນິກ ລັດຖະມົນຕີກະຊວງການຄ້າອາເມລິກາ ກ່າວພາຍຫລັງສໍາເລັດການເຈລະຈາຂໍ້ຕົກລົງທາງການຄ້າລະຫວ່າງ ຈີນ ແລະ ອາເມລິກາ ຢູ່ນະຄອນຫລວງລອນດອນ ໃນວັນທີສອງ ໂດຍລະບຸວ່າ: ທັງສອງຝ່າຍສາມາດບັນລຸຂໍ້ຕົກລົງຂອບການເຮັດວຽກເພື່ອຫລຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງກັນ ແລະ ຄາດຫວັງວ່າກອບການເຮັດວຽກນີ້ຈະສາມາດແກ້ໄຂການຈໍາກັດການສົ່ງອອກແຮ່ຫາຍາກ (Rare Earth) ແລະ ແມ່ເຫລັກຂອງຈີນ.
ການເຈລະຈາຮອບລ່າສຸດນີ້ເກີດຂຶ້ນຫລັງຈາກມີການເຈລະຈາຢູ່ນະຄອນເຈນີວາຂອງສະວິດໃນເດືອນແລ້ວນີ້ ເຊິ່ງທັງສອງຝ່າຍບັນລຸຂໍ້ຕົກລົງຫລຸດພາສີນໍາເຂົ້າສິນຄ້າລະຫວ່າງກັນເປັນເວລາ 90 ວັນ.
ເຖິງຢ່າງໃດກໍຕາມ, ບັນຍາກາດລະຫວ່າງທັງສອງຝ່າຍເລີ່ມຫລຸດລົງອີກຈາກບັນຫາສໍາຄັນສອງປະການ ໄດ້ແກ່ ການຄວບຄຸມການສົ່ງອອກແຮ່ຫາຍາກຂອງຈີນ ແລະ ການຈໍາກັດການເຂົ້າເຖິງເຕັກໂນໂລຊີເຊມິຄອນດັກເຕີທີ່ມາຈາກອາເມລິກາ.
ຂະນະທີ່ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ແລະ ປະທານປະເທດ ສີຈິ້ນຜິງ ໄດ້ໂທລະສັບເຈລະຈາກັນໃນວັນທີ 5 ມິຖຸນາຜ່ານມາ ເຊິ່ງສົ່ງຜົນຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງທີ່ເກີດຂຶ້ນ ແລະ ນໍາມາເຊິ່ງການເຈລະຈາຮອບນີ້.
ທ່ານ ລຸດນິກ ກ່າວຕໍ່ນັກຂ່າວວ່າ: ຂອບການເຮັດວຽກດັ່ງກ່າວຖືເປັນເນື້ອໃນທີ່ສໍາຄັນຂອງຂໍຕົກລົງຫລຸດພາສີ ໂດຍທັງສອງຝ່າຍຈະນໍາເອົາຂໍ້ຕົກລົງຂອບການເຮັດວຽກທີ່ໄດ້ໄປສະເໜີຕໍ່ປະທານາທິບໍດີ ໂດນັລ ທຣໍາ ແລະ ທ່ານ ສີຈິ້ນຜິງ ເພື່ອອະນຸມັດການດໍາເນີນງານ.
ຂະນະທີ່ທ່ານ ຫລີ່ເສິງກັງ ຮອງລັດຖະມົນຕີວ່າການກະຊວງການຄ້າຂອງຈີນ ໃຫ້ສໍາຕໍ່ສື່ມວນຊົນວ່າ: ທັງສອງຝ່າຍສາມາດຕົກລົງກັນໃນຫລັກການກ່ຽວກັບຂອບການດໍາເນີນຕາມມະຕິທີ່ຜູ້ນໍາຂອງທັງສອງປະເທດຕົກລົງກັນໃນລະຫວ່າງການເຈລະຈາທາງໂທລະສັບ ແລະ ໃນລະຫວ່າງການເຈລະຈາຢູ່ເຈນີວາເດືອນຜ່ານມາ.
ອ້າງອີງ:

