ບັງກະລາເທດ-ມຽນມາ ຕົກລົງໃຫ້ ສປຊ ຊ່ວຍເຫລືອເລື່ອງສົ່ງກັບໂຣຮິງຢາ

ບັງກະລາເທດ ແລະ ມຽນມາ ເຫັນພ້ອມກັນເລື່ອງຂໍການຊ່ວຍເຫລືອຈາກສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR) ໃນການສົ່ງກັບຜູ້ລີ້ໄພຊາວໂຣຮິງຢາຫລາຍແສນຄົນຈາກບັງກະລາເທດໄປມຽນມາ.
ທ່ານ ອາບູລ ຮຳຊັນ ມາມຸດ ອາລີ ລັດຖະມົນຕີຕ່າງປະເທດບັງກະລາເທດ ຖະແຫລງຂ່າວໃນວັນທີ 25 ພະຈິກວ່າ: ການລົງນາມຂໍ້ຕົກລົງໃນວັນທີ 23 ພະຈິກ ກຳນົດເງື່ອນໄຂຂະບວນການສົ່ງກັບຊາວໂຣຮິງຢາທີ່ຄາດວ່າຈະເລີ່ມໄດ້ພາຍໃນ 2 ເດືອນເປັນພຽງຂັ້ນຕອນທຳອິດ ມີອີກຫລາຍຢ່າງທີ່ຕ້ອງດຳເນີນການຕໍ່. ທັງສອງປະເທດເຫັນພ້ອມກັນວ່າຈະຂໍການຊ່ວຍເຫລືອຈາກ UNHCR ໂດຍມຽນມາຈະຂໍການຊ່ວຍເຫລືອຕາມຄວາມຈຳເປັນ ແລະ ຈະຕັ້ງຄະນະເຮັດວຽກຮ່ວມສາມຝ່າຍພາຍໃນ 3 ອາທິດ ເຮັດໜ້າທີ່ສະຫລຸບເງື່ອນໄຂສຸດທ້າຍ ເພື່ອເລີ່ມຂະບວນການສົ່ງກັບ, ຈຸດປະສົງຕົ້ນຕໍຄືການສ້າງຫລັກປະກັນວ່າຊາວໂຣຮິງຢາຈະເດີນທາງກັບຢ່າງປອດໄພ ແລະ ມີກຽດ.
ລັດຖະມົນຕີຕ່າງປະເທດບັງກະລາເທດ ກ່າວອີກວ່າ: ໄດ້ແນະນຳມຽນມາໃຫ້ຂໍການຊ່ວຍເຫລືອຈາກອິນເດຍ ແລະ ຈີນ ເລື່ອງສ້າງທີ່ພັກຊົ່ວຄາວໃຫ້ຊາວໂຣຮິງຢາໃກ້ກັບເຮືອນຂອງພວກເຂົາຢູ່ລັດຍະໄຂ່ທີ່ຖືກເຜົາໄໝ້ ແລະ ກ່າວວ່າ: ຂໍ້ຕົກລົງໃນວັນທີ 23 ພະຈິກ ກຳນົດໃຫ້ມຽນມາຕ້ອງດຳເນີນມາດຕະການເບິ່ງແຍງບໍ່ໃຫ້ຊາວໂຣຮິງຢາຕ້ອງຢູ່ໃນທີ່ພັກຊົ່ວຄາວດົນເກີນໄປ ແລະ ຈະອອກບັດປະຈຳຕົວເພື່ອພິສູດເຊື້ອຊາດທັນທີທີ່ຊາວໂຣຮິງຢາກັບມຽນມາ.

