ບັງກະລາເທດອອກຄໍາເຕືອນການເດີນທາງ ຫລັງຈໍານວນຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນໃນປະເທດໃກ້ຄຽງ

         ລັດຖະບານສະເພາະກິດຂອງບັງກະລາເທດຂໍການຮ່ວມມືປະຊາຊົນໃຫ້ຫລີກລ່ຽງການເດີນທາງໄປປະເທດໃກ້ຄຽງຫລາຍປະເທດຖ້າບໍ່ມີເຫດຈໍາເປັນ ພາຍຫລັງພົບການລະບາດຂອງໂຄວິດ-19 ເພີ່ມຂຶ້ນໃນປະເທດເຫລົ່ານີ້.

         ກອງອໍານວຍການບໍລິການສາທາລະນະສຸກ (DGHS) ສັງກັດກະຊວງສາທາລະນະສຸກ ມີຄໍາສັ່ງໃນວັນທີ 9 ມິຖຸນາ ເນັ້ນໃຫ້ໜ່ວຍງານທີ່ກ່ຽວຂ້ອງເພີ່ມມາດຕະການຄັດກອງ ແລະ ເຝົ້າລະວັງສຸຂະພາບຕາມຈຸດຜ່ານແດນທຸກແຫ່ງຄວບຄຸມທາງບົກ, ທາງທະເລ ແລະ ສະໜາມບິນ ທັງຜູ້ໂດຍສານຂາເຂົ້າຈາກປະເທດທີ່ມີການລະບາດ ແລະ ຜູ້ໂດຍສານຂາອອກຈາກບັງກະລາເທດໄປປະເທດທີ່ມີການລະບາດ. ນອກຈາກນີ້ ປະຊາຊົນຕ້ອງໃສ່ຜ້າປິດປາກໃນທຸກສະຖານທີ່ທີ່ມີຄົນແອອັດ ລວມທັງຫ້າງສັບພະສິນຄ້າ ແລະ ຮ້ານອາຫານ.

         DGHS ຍັງຂໍໃຫ້ໜ່ວຍງານທີ່ກ່ຽວຂ້ອງໃຊ້ເຄື່ອງສະແດນຄວາມຮ້ອນ ຫລື ເຄື່ອງວັດແທກອຸນຫະພູມດິຈີຕອນແບບພົກພາທີ່ບໍ່ຕ້ອງສໍາຜັດເພື່ອວັດແທກອຸນຫະພູມຮ່າງກາຍຢູ່ຈຸດຜ່ານແດນທຸກຈຸດ ລວມທັງກວດສອບໃຫ້ແນ່ໃຈວ່າມີຜ້າປິດປາກ, ຖົງມື ແລະ ອຸປະກອນປ້ອງກັນສ່ວນບຸກຄົນພຽງສໍາລັບບຸກຄະລາກອນທາງການແພດ ຕະຫລອດຈົນເຜີຍແຜ່ແນວທາງການປ້ອງກັນການຕິດເຊື້ອ ເພື່ອສ້າງຄວາມເຂົ້າໃຈຂອງປະຊາຊົນ ແລະ ປ້ອງກັນການແຜ່ລະບາດຂອງໄວຣັສ.

         ທັງນີ້, ໃນວັນທີ 5 ມິຖຸນາຜ່ານມາ ບັງກະລາເທດມີຜູ້ເສຍຊີວິດຈາກໂຄວິດ-19 ຄົນທໍາອິດຂອງປີນີ້ ໂດຍເປັນຜູ້ຊາຍໃນນະຄອນຫລວງທາກາ ຂອງບັງກະລາເທດ.