ປະຊາຊົນອິນເດຍແຫ່ກັນຊື້ເຫລົ້າຈົນກໍ່ໃຫ້ເກີດຄວາມແອອັດ ແລະ ຜິດຖຽງກັນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ພາຍຫລັງທີ່ລັດຖະບານອິນເດຍໄດ້ຫລຸດຜ່ອນມາດຕະການປິດປະເທດບາງສ່ວນ ລວມທັງການເປີດໂອກາດໃຫ້ປະຊາຊົນສາມາດຊື້ເຫລົ້າ ແລະ ເຄື່ອງດື່ມແອວກໍຮໍຕ່າງໆໄດ້ເປັນຄັ້ງທຳອິດໃນຮອບ 40 ມື້, ປາກົດວ່າສົ່ງຜົນໃຫ້ປະຊາຊົນພາກັນເຂົ້າຊື້ເຫລົ້າ ແລະ ເຄື່ອງດື່ມແອວກໍຮໍຕ່າງໆເປັນຈຳນວນຫລວງຫລາຍ ແລະ ເປັນເຫດໃຫ້ເກີດຄວາມແອອັດຕາມຫ້າງຮ້ານທີ່ເປີດຈຳໜ່າຍ ໂດຍມີລາຍງານວ່າໃນພື້ນທີ່ບາງແຫ່ງຮອດຂັ້ນທີ່ວ່າປະຊາຊົນຜິດຖຽງກັນ ຍ້ອນຂັດແຍ່ງຊື້ເຄື່ອງດັ່ງກ່າວ.
ຂ່າວໃຫ້ຮູ້ຕື່ມວ່າ: ຈາກເຫດການແອອັດເຖິງຮອດຂັ້ນຜິດຖຽງກັນ ທາງເຈົ້າໜ້າທີ່ຕຳຫລວດໄດ້ເຂົ້າມາຄວບຄຸມສະຖານະການ ໂດຍເຈົ້າໜ້າທີ່ໄດ້ໃຊ້ໄມ້ຄ້ອນຕີ ເພື່ອລົງໂທດຜູ້ທີ່ກໍ່ເຫດວຸ້ນວາຍ ແລະ ຮັກສາຄວາມສະຫງົບ, ທັງນີ້ຍັງມີລາຍງານວ່າຮ້ານທີ່ຈຳໜ່າຍເຫລົ້າຫລາຍແຫ່ງຕ້ອງຖືກສັ່ງປິດຄືກັບຮ້ານຄ້າໃນເມືອງກາເຊຍບັດ ເຂດອຸຕະກອນ ໃນປະເທດເປັນຕົ້ນ.
ແຕ່ຢ່າງໃດກໍຕາມ, ເຖິງວ່າຮ້ານຄ້າຖືກສັ່ງປິດໄປແລ້ວ ແຕ່ຍັງມີປະຊາຊົນເປັນຈຳນວນຫລາຍຍ່າງໄປ-ມາແຖວບໍລິເວນໜ້າຮ້ານດ້ວຍຄວາມຫວັງວ່າ ຮ້ານດັ່ງກ່າວຈະໄດ້ຮັບອະນຸຍາດໃຫ້ເປີດຈຳໜ່າຍໄດ້ອີກ.

