ປະກາດນາຍຕໍາຫລວດຂັ້ນສູງ ກະຊວງ ປກສ ອອກພັກການ-ຮັບອຸດໜູນບໍານານ, ແຕ່ງຕັ້ງຫົວໜ້າ ແລະ ຮອງກົມ

ວັນທີ 6 ມິຖຸນາ 2025 ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດ ນາຍຕໍາຫຼວດຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າກົມໃຫຍ່ ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ແລະ ດຳລັດ ນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດ ອອກພັກການ-ຮັບອຸດໜູນບຳນານ ມີ 3 ທ່ານ ຄື:
- ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ,
- ພົຕ ຈູມມະນີ ວົງມະນີ ຫົວໜ້າກົມໃຫຍ່ສັນຕິບານ
- ພົຈວ ໝູໃບ ອິນທິສານ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ.

ຜ່ານຂໍ້ຕົກລົງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການ-ຮັບອຸດໜູນບໍານານ ໃນນີ້ ໄດ້ອະນຸມັດ ໃຫ້ ພັອ ນາງ ວັດສະລີ ສິດທິລືໄຊ ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ພັກການ-ຮັບອຸດໜູນບໍານານ.
ຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ນາຍຕຳຫລວດຂັ້ນສູງ ຂອງກະຊວງປ້ອງກັນຄວາມສະຫງົບ ຄື:
- ແຕ່ງຕັ້ງ ພົຈວ ຄອນສະຫວັນ ສົມພາໄຊ ເປັນຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ,
- ແຕ່ງຕັ້ງ ພົຈວ ແອນ ອຸ່ນອານົງນຸດ ເປັນຫົວໜ້າກົມໃຫຍ່ສັນຕິບານ,
- ແຕ່ງຕັ້ງ ພົຈວ ກອງສະຫວັດ ບຸນລ້ຽງ ເປັນຫົວໜ້າກົມໃຫຍ່ຕຳຫຼວດ.
- ແຕ່ງຕັ້ງ ພັອ ເພີນຄໍາ ແສງດາລາ ແລະ ພັອ ປອ ວຽງໄຊ ທໍາມະສິດ ເປັນຮອງຫົວໜ້າກົມໃຫຍ່ການເມືອງ ປກສ,
- ແຕ່ງຕັ້ງ ພັອ ຄໍາໄພ ຄໍາພາວົງສ໌ ແລະ ພັອ ພັນ ວົງພະໄຕ ເປັນຮອງຫົວໜ້າກົມໃຫຍ່ສັນຕິບານ,
- ແຕ່ງຕັ້ງ ພັອ ບຸນຫຼວງ ວິໄລສຸກ ແລະ ພັອ ສົມເພັດ ເພົ້າວົງດີ ເປັນຮອງຫົວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ.

ໃນໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ພັກການ-ຮັບອຸໜູນບໍານານທີີ່ໄດ້ສຸມທຸກເຫື່ອແຮງຂອງຕົນເອງເຂົ້າໃນການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາເຮັດໃຫ້ມີຜົນສຳເລັດຫຼາຍດ້ານ, ພ້ອມນັ້ນ ທ່ານຍັງໄດ້ໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າປະຕິບັດແນວທາງນະໂຍບາຍ, ມະຕິ, ຂໍ້ກຳນົດກົດລະບຽບ ຂອງພັກ, ກົດໝາຍຂອງລັດ ແລະ ຂອງ ກະຊວງປ້ອງກັນຄວາມສະຫງົບວາງອອກ, ເພີ່ມທະວີເຮັດວຽກງານການເມືອງ-ແນວຄິດ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງທີ່ດີ ໃຫ້ແກນາຍແລະພົນຕໍາຫຼວດ ຢູ່ພາຍໃນກົມ ກອງ, ສືບຕໍ່ປັບປຸງແບບແຜນວິທີການນໍາພາ, ວິທີການເຮັດວຽກໃຫ້ດີ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເປັນເຈົ້າການຄົ້ນຄ້ວາວຽກງານ, ວາງແຜນການ ພ້ອມທັງນໍາພາເຮັດຕົວຈິງ, ມີການຕິດຕາມກວດກາຊຸກຍູ້, ຖອດຖອນ ບົດຮຽນ; ພ້ອມນັ້ນ, ກໍຍັງໃຫ້ເອົາໃຈໃສ່ເຮັດ ວຽກງານຄຸ້ມຄອງນາຍ ແລະ ພົນຕໍາຫຼວດຢ່າງແຂງແຮງ.

