ຍີ່ປຸ່ນ ໃຫ້ທຶນ 190.000 ໂດລາ ເພື່ອກໍ່ສ້າງຫ້ອງນ້ຳ ແລະ ບ່ອນລ້າງມືຢູ່ໂຮງຮຽນ 25 ແຫ່ງ ໃນນະຄອນຫລວງພະບາງ

ພິທີຮ່ວມລົງນາມໃນການເຊັນສັນຍາການຊ່ວຍເຫລືອລ້າຜ່ານອົງການ NGO ຍີ່ປຸ່ນ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ  ຮ່ວມກັບ ທ່ານ ນາງ ພຸດທະນາລີ ທັມມະມີໄຊ, ຜູ້ຈັດການຫ້ອງການປະຈຳລາວ ອົງການພັດທະນາເດັກລາວ-ຍີ່ປຸ່ນ (SVA) ໂດຍມີ ທ່ານນາງ ສິລິນທອນ ສັກລໍຄຳ, ຫົວໜ້າກົມພົວພັນສາກົນ ກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມເປັນສັກຂີພະຍານ.

ພາຍໃຕ້ໂຄງການດັ່ງກ່າວ, ລັດຖະບານຍີ່ປຸ່ນຈະໃຫ້ການສະໜັບສະໜູນເປັນທຶນມູນຄ່າປະມານ 190.000 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງຫ້ອງນ້ຳ ແລະ ບ່ອນລ້າງມືຢູ່ໂຮງຮຽນ 25 ແຫ່ງໃນນະຄອນຫລວງພະບາງ ແລະ ເມືອງໂພນໄຊ. ພ້ອມທັງໃຫ້ການສຶກສາເພື່ອເພີ່ມພູນຄວາມຮູ້ ແລະ ຄວາມຕື່ນໂຕໃນການບຳລຸງຮັກສາສິ່ງອຳນວຍຄວາມສະດວກຕ່າງໆ ແລະ ການຮັກສາຄວາມສະອາດໃນໂຮງຮຽນ ເພື່ອຍົກລະດັບການສຶກສາ ລວມເຖິງສະພາບສຸຂະອານະໄມໃນໂຮງຮຽນເປົ້າໝາຍ.